Vientiane Times Lao
ລັດຖະບານຕົກລົງເລື່ອນກອງ​ປະ​ຊຸມຜູ້​ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ກອງ​ປະ​ຊຸມ​ສຸດຍອດອື່ນໆ

ລັດຖະບານຕົກລົງເລື່ອນກອງ​ປະ​ຊຸມຜູ້​ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ກອງ​ປະ​ຊຸມ​ສຸດຍອດອື່ນໆ

ອີງຕາມແຈ້ງການຂອງກະຊວງການຕ່າງປະເທດ ໃນມື້ນີ້ ໃຫ້ຮູ້ວ່າ: ລັດຖະບານ ແຫ່ງ ສປ ລາວ ໄດ້ຕົກລົງເລື່ອນກອງປະຊຸມຜູ້ນຳປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 3, ກອງປະຊຸມສຸດຍອດ ACMECS ຄັ້ງທີ 9, ກອງປະຊຸມສຸດຍອດ CLMV ຄັ້ງທີ 10 ແລະ ກອງປະຊຸມສຸດຍອດ CLV ຄັ້ງທີ 11 ທີ່ມີແຜນ​​ຈະຈັດຂຶ້ນໃນວັນທີ 25-27 ມີນາ 2020 ທີ່ ນະຄອນຫຼວງວຽງຈັນ ອອກໄປກ່ອນຈົນກວ່າສະພາບການແຜ່ລະບາດຂອງພະຍາດ COVID-19 ຈະມີທ່າອ່ຽງຫຼຸດລົງ ແລະ ສາມາດຄວບຄຸມໄດ້ໃນລະດັບທີ່ແນ່ນອນ.

ປະຈຸບັນເຫັນວ່າ ທົ່ວໂລກກຳລັງປະເຊີນໜ້າກັບການແຜ່ລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ 2019 (COVID-19) ນັບມື້ນັບເພີ່ມຂຶ້ນ ລວມທັງມີຜູ້ເສຍຊີວິດເປັນຈໍານວນຫຼາຍ.

ຫຼາຍປະເທດໄດ້ດຳເນີນທຸກວິທີທາງເພື່ອສະກັດກັ້ນ ແລະ ຄວບຄຸມພະຍາດດັ່ງກ່າວ ໃນນັ້ນລວມໄປເຖິງການໃຊ້ມາດຕະການຫຼີກລ່ຽງການເດີນທາງໄປຕ່າງແຂວງ/ເຂດແຄວ້ນ ແລະ ຕ່າງປະເທດ ທີ່ມີຄວາມສ່ຽງ, ການກວດສຸຂະພາບທີ່ເຄັ່ງຄັດ, ມີການກັກຕົວເພື່ອກວດຫາເຊື້ອພະຍາດ ແລະ ອື່ນໆ.

ປ ລາວ ກໍ່ໄດ້ຮ່ວມມືກັບປະຊາຄົມໂລກຢ່າງໃກ້ຊິດເພື່ອປ້ອງກັນ ແລະ ສະກັດກັ້ນພະຍາດດັ່ງກ່າວລວມໄປເຖິງມາດຕະການຕ່າງໆທີ່ກ່າວມາຂ້າງເທິງ.

ຂ່າວ: ວຽງຈັນທາຍ

ພາບ ປະກອບ

Related Articles

Leave a Reply