Vientiane Times Lao
ລັດຖະບານມີແຜນສ້າງອຸທິຍານແຫ່ງຊາດຫີນໜາມໜໍ່

ລັດຖະບານມີແຜນສ້າງອຸທິຍານແຫ່ງຊາດຫີນໜາມໜໍ່

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກດໍາລັດເລກທີ 70, ລົງວັນທີ 15 ມັງກອນ 2020 ເພື່ອປະກາດສ້າງ ອຸທິຍານແຫ່ງຊາດຫີນໜາມໜໍ່ ຢູ່ເມືອງບົວລະພາ, ແຂວງຄໍາມ່ວນ ມີເນື້ອທີທັງໝົດ 94.121 ເຮັກຕາ ຊຶ່ງຈະໃຊ້ທຶນໃນການກໍ່ສ້າງ ໂດຍກອງທຶນງົບປະມານລັດ, ກອງທຶນພັດທະນາປ່າໄມ້ ແລະ ຊັບພະຍາກອນໄມ້, ກອງທຶນປົກປັກຮັກສາສິ່ງແວດລ້ອມ, ກອງທຶນທ່ອງທ່ຽວແຫ່ງຊາດ, ການປະກອບສ່ວນຂອງບຸກຄົນ, ນິຕິບຸກຄົນ, ແລະ ຈັດຕັ້ງຂອງລັດ, ເອກກະຊົນ ທັງພາຍໃນ ແລະ ຕ່າງປະເທດ.

ຈຸດປະສົງໃນການສ້າງອຸທິຍານດັ່ງກ່າວ ແມ່ນເພື່ອແນໃສ່ຄຸ້ມຄອງ, ປົກປັກຮັກສາ ລັກສະນະສະເພາະທີ່ໂດດເດັ່ນທາງກາຍະພາບ, ຊີວະພາບ ແລະ ຖິ່ນທີ່ຢູ່ອາໄສຂອງພຶດພັນ ແລະ ສັດ, ອະນຸລັກໄວ້ຄວາມສວຍສົດງົດງາມຂອງທິວທັດ-ທໍາມະຊາດ, ຮ່ອງຮອຍປະຫວັດສາດ, ວັດທະນາທໍາ, ທ່ອງທ່ຽວ ແລະ ສຶກສາຄົ້ນຄົ້ວາທາງດ້ານວິທະຍາສາດ. ນອກນັ້ນຍັງເພື່ອເປັນການປະກອບສ່ວນເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ພັດທະນາເສດຖະກິດ-ສັງຄົມຕາມທິດສີຂຽວ ແລະ ຍືນຍົງ. ສ່ວນມື້ລົງມື ແລະ ໄລຍະເວລາໃນການກໍ່ສ້າງຈະລາຍງານຕາມພາຍຫຼັງ.

ຂ່າວ :  ສົມພາວັນ 

ພາບ:  ໂຄງການຄຸ້ມຄອງຫີນໜາມໜໍ່

Related Articles

Leave a Reply