ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈ ເຖິງ ພະນະທ່ານ ມູນ ແຈ ອິນ ປະທານາທິບໍດີ ແຫ່ງ ສ.ເກົາຫລີ ເພື່ອສະແດງຄວາມເປັນຫ່ວງ ຕໍ່ກັບສະພາບການແຜ່ລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ 2019.
ໂທລະເລກສະແດງຄວາມເຫັນໃຈດັ່ງກ່າວ ໄດ້ສົ່ງເມື່ອບໍ່ດົນມານີ້ ເຊິ່ງມີເນື້ອໃນວ່າ: ຂ້າພະເຈົ້າໄດ້ຕິດຕາມຢ່າງໃກ້ຊິດດ້ວຍຄວາມເປັນຫ່ວງ ຕໍ່ກັບສະພາບການແຜ່ລະບາດ ຂອງເຊື້ອຈຸລະໂລກສາຍພັນໃໝ່ 2019 ທີ່ປັດຈຸບັນໄດ້ແຜ່ລາມໄປຢ່າງໄວວາຢູ່ ສ.ເກົາຫລີ ເຊິ່ງໄດ້ສົ່ງຜົນກະທົບຕໍ່ການດໍາລົງຊີວິດ ແລະ ໄດ້ສ້າງຄວາມສູນເສຍດ້ານຊີວິດຂອງປະຊາຊົນ ສ.ເກົາຫລີ.
ໃນນາມລັດຖະບານ ແລະ ປະຊາຊົນລາວ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມເຫັນໃຈ ແລະ ເສົ້າສະຫລົດໃຈຢ່າງສຸດຊຶ້ງມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ ສ.ເກົາຫລີ ໂດຍສະເພາະຄອບຄົວຂອງຜູ້ເສຍຊີວິດຈາກພະຍາດ COVID-19 ດັ່ງກ່າວ.
ຂ້າພະເຈົ້າເຊື່ອໝັ້ນຢ່າງແຮງກ້າວ່າ ພາຍໃຕ້ການຊີ້ນຳຢ່າງໃກ້ຊິດຂອງພະນະທ່ານ ແລະ ການໃຊ້ມາດຕະການຕ່າງໆທີ່ມີປະສິດທິຜົນສູງຂອງລັດຖະບານ ສ.ເກົາຫລີ, ຈະສາມາດຄວບຄຸມ ແລະ ຈຳກັດການລະບາດຂອງເຊື້ອພະຍາດດັ່ງກ່າວ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ສ.ເກົາຫລີ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ຂ່າວ: ວຽງຈັນທາຍ
ພາບ ປະກອບ The Korea Herald