Vientiane Times Lao
ລັດຖະບານລາວອາດຈະມີການສືບຕໍ່ປະຕິບັດຄໍາສັ່ງ 15/ນຍ ກ່ຽວກັບມາດ ຕະການປ້ອງກັນພະຍາດໂຄວິດ-19 ຕື່ມອີກຍ້ອນຍັງພົບຜູ້ຕິດເຊື້ອລາຍວັນ

ລັດຖະບານລາວອາດຈະມີການສືບຕໍ່ປະຕິບັດຄໍາສັ່ງ 15/ນຍ ກ່ຽວກັບມາດ ຕະການປ້ອງກັນພະຍາດໂຄວິດ-19 ຕື່ມອີກຍ້ອນຍັງພົບຜູ້ຕິດເຊື້ອລາຍວັນ

ມື້ນີ້ ຫຼື ມື້ວັນທີ 20 ພຶດສະພາ 2021 ນີ້ຖືວ່າເປັນມື້ສຸດທ້າຍໃນການປະຕິບັດ ຄໍາສັ່ງ15/ນຍວ່າດ້ວຍການເພີ່ມທະວີມາດຕະການປ້ອງກັນພະຍາດໂຄວິດ-19 ພາຍຫຼັງທີ່ເລີ່ມປະຕິບັດມາແຕ່ ວັນທີ 5 ພຶດສະພາ 2021 ທີ່ຜ່ານມາ, ແຕ່ວ່າອາດຈະມີການສືບຕໍ່ປະຕິບັດຄໍາສັ່ງດັ່ງກ່າວຕື່ມອີກຍ້ອນວ່າຍັງພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວເປັນລາຍວັນ ເຖິງແມ່ນວ່າຫຼາຍແຂວງບໍ່ພົບຜູ້ຕິດເຊື້ອເປັນເວລາຫຼາຍກວ່າ 10 ວັນແລ້ວກໍ່ຕາມ ແຕ່ຢູ່ນະຄອນຫຼວງວຽງຈັນ, ແຂວງບໍ່ແກ້ວ ແລະ ແຂວງຈໍາປາສັກ ຍັງໜ້າເປັນຫ່ວງກ່ຽວກັບການແຜ່ລະບາດຂອງພະຍາດດັ່ງກ່າວນີ້ ບວກກັບປະເທດອ້ອມຂ້າງທີ່ຍັງມີການແຜ່ລະບາດຂອງພະຍາດນີ້ເປັນວົງກວ້າງ ແລະ ຍັງມີແຮງງານລາວທີ່ເຮັດວຽກຢູ່ປະເທດທີ່ມີການແຜ່ລະບາດຂອງພະຍາດດັ່ງກ່າວກັບຄືນມາປະເທດນໍາອີກ. ສໍາລັບການສືບຕໍ່ປະຕິບັດຄໍາສັ່ງ15/ນຍ ນີ້ອາດຈະມີການຖະແຫຼງຂ່າວໃນຕອນບ່າຍຂອງມື້ວັນທີ 20 ພຶດສະພາ 2021 ນີ້.

ສະເພາະຜູ້ຕິດເຊື້ອຈາກພະຍາດໂຄວິດ-19 ຢູ່ ສປປ ລາວ ຮອດວັນທີ 19 ພຶດສະພາ 2021 ນີ້ ມີຜູ້ຕິດເຊື້ອສະສົມແລ້ວ 1.737 ຄົນ ໃນນີ້ປິ່ນປົວຫາຍດີແລ້ວ 708 ຄົນ, ຍັງນອນປິ່ນປົວຢູ່ 1.027 ຄົນ ແລະ ມີເສຍຊີວິດ 2 ຄົນ.

ນະຄອນຫຼວງວຽງຈັນມີຜູ້ຕິດເຊື້ອພະຍາດດັ່ງກ່າວສູງເຖິງ 828 ຄົນ, ຮອງລົງມາແມ່ນແຂວງບໍ່ແກ້ວມີຜູ້ຕິດເຊື້ອ 475 ຄົນ, ອັນດັບສາມແມ່ນແຂວງຈໍາປາສັກ ມີຜູ້ຕິດເຊື້ອ 281 ຄົນ, ອັນດັບສີ່ ແມ່ນ ແຂວງວຽງຈັນມີຜູ້ຕິດເຊື້ອ 19 ຄົນ, ອັນດັບຫ້າແມ່ນແຂວງຫຼວງພະບາງ ມີຜູ້ຕິດເຊື້ອ 16 ຄົນ, ອັນດັບຫົກ ແມ່ນແຂວງອຸດົມໄຊ ມີຜູ້ຕິດເຊື້ອ 12 ຄົນ ແລະ ແຂວງອື່ນໆທີ່ມີຜູ້ຕິດເຊື້ອປະມານ 1-5 ຄົນ ຍັງມີແຕ່ແຂວງອັດຕະປື ແລະ ແຂວງຫົວພັນທີ່ຍັງບໍ່ພົບຜູ້ຕິດເຊື້ອ.  

ຂ່າວ: ວຽງຈັນທາຍ

Related Articles

Leave a Reply