ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການຊີ້ນໍາຜົນຂອງກອງປະຊຸມນາຍົກ -ຮອງນາຍຍົກລັດຖະມົນຕີທີ່ໄດ້ຈັດຂື້ນມື້ວານນີ້ວັນທີ 27 ມັງກອນ 2020 ວ່າ: ການລະບາດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ມີຜົນກະທົບໃນວົງກວ້າງທັງສັງຄົມ ແລະ ເສດຖະກິດ, ລັດຖະບານຖືການປ້ອງກັນ, ຄວບຄຸມ ແລະ ແກ້ໄຂບັນຫາດັ່ງກ່າວເປັນບັນຫາສໍາຄັນ ແລະ ຮີບດ່ວນ ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນທັງສູນກາງ ແລະ ທ້ອງຖິ່ນຕ້ອງໄດ້ຮ່ວມມືກັນ ແລະ ພ້ອມກັນຍົກລະດັບຄວາມຮັບຜິດຊອບໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂບັນຫາດັ່ງກ່າວໃຫ້ຮັບປະກັນ ແລະ ທັນສະພາບການ.
ແຈ້ງການຊີ້ນໍາຍັງໄດ້ລະບຸໄວ້ວ່າ: ມອບໃຫ້ທ່ານລັດຖະມົນຕີກະຊວງສາທາລະນະສຸກ, ຫົວໜ້າຄະນະກໍາມະການປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ລະດັບຊາດ ໃຫ້ສືບຕໍ່ດໍາເນີນການປ້ອງກັນພະຍາດດັ່ງກ່າວຢ່າງໃກ້ຊິດ ແລະ ລາຍງານໃຫ້ລັດຖະບານເປັນປົກກະຕິທຸກໆວັນ. ພ້ອມນັ້ນກໍ່ໃຫ້ສ້າງຕັ້ງ ແລະ ແຈ້ງຈຸດປະສານຂອງຄະນະໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນເພື່ອຮັບການແຈ້ງສະພາບ, ແຈ້ງຂ່າວ ແລະ ການຂໍສະໜັບສະໜູນ, ຮ່ວມມືຈາກພາກສ່ວນຕ່າງໆ ແລະ ສັງຄົມ. ໃຫ້ແຕ່ງຕັ້ງຄະນະສະເພາະກິດໂດຍມອບໃຫ້ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ເປັນຫົວໜ້າ ແລະ ໃຫ້ຄະນະກໍາມະການປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ລະດັບຊາດ ເປັນຄະນະຊ່ວຍວຽກເພື່ອປະສານກັບຂະແໜງການ ແລະ ທ້ອງຖິ່ນ ແລະປະເມີນຜົນກະທົບຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ຕໍ່ປະເທດເຮົາ ພ້ອມທັງກໍານົດມາດຕະການໃນການຮັບມືໃນແຕ່ລະດ້ານໃຫ້ລະອຽດ ແລະ ຮັດກຸມ ໂດຍສະເພາະບັນດາມາດຕະການທີ່ພົວພັນເຖິງ ການກວດກາຢູ່ຈຸດທີ່ມີຄວາມສ່ຽງ ເປັນຕົ້ນແມ່ນເຂດຊາຍແດນທີ່ຕິດກັບປະເທດຈີນ, ສະໜາມບິນ, ສະຖານີລົດໂດຍສານ, ໂຮງໝໍ, ຕະຫຼາດ ແລະ ຈຸດຕ່າງໆເພື່ອຄວບຄຸມ ແລະ ປ້ອງກັນພະຍາດດັ່ງກ່າວບໍ່ໃຫ້ແຜ່ລາມ ແລະ ອື່ນໆ.
ນອກນັ້ນ ແຈ້ງການຍັງໄດ້ມອບໃຫ້ກະຊວງການຕ່າງປະເທດເປັນເຈົ້າການປະສານງານ ແລະ ແລກປ່ຽນຂໍ້ມູນກັບບັນດາປະເທດເພື່ອນມິດ ແລະ ອົງການອະນາໄມໂລກຢ່າງໃກ້ຊິດ ເພື່ອຕິດຕາມທ່າອ່ຽງຂອງການລະບາດພະຍາດ ແລະ ຍາດແຍ່ງການຊ່ວຍເຫຼືອ ໂດຍສະເພາະໃນການສົ່ງຊ່ຽວຊານທີມງານແພດພ້ອມດ້ວຍອຸປະກອນເຄື່ອງມື, ຢາ, ວັກຊິປ້ອງກັນໃນກໍລະນີທີ່ມີການລະບາດໃຫ່ຍ. ພ້ອມນີ້ກໍ່ໃຫ້ສະຖານທູດ ແລະ ກົງສຸນລາວປະຈໍາຢູ່ ສປ ຈີນຕິດຕາມຢ່າງໃກ້ຊິດ ແລະ ປະສານກັບເພື່ອນຈີນ ທັງອໍານວຍຄວາມສະດວກ ແລະ ຊ່ວຍເຫຼືອຊີວິດຄົນລາວ, ນັກທ່ອງທ່ຽວລາວ, ນັກທຸລະກິດລາວ ແລະ ນັກສຶກສາລາວທີ່ດໍາລົງຊີວິດ ແລະ ສຶກສາຮໍ່າຮຽນຢູ່ ສປ ຈີນ…
ຂ່າວ : ວຽງຈັນທາຍ