Vientiane Times Lao
ລັດຖະບານສືບຕໍ່ຜັນຂະຫຍາຍມາດຕະການຕ່າງໆ ເພື່ອສະກັດກັ້ນ COVID-19

ລັດຖະບານສືບຕໍ່ຜັນຂະຫຍາຍມາດຕະການຕ່າງໆ ເພື່ອສະກັດກັ້ນ COVID-19

ມາດຕະການປ້ອງກັນ, ມາດຕະການປິ່ນປົວ ກໍລະນີກວດພົບຜູ້ຕິດເຊື້ອ ແມ່ນອີກມາດຕະການໜຶ່ງທີ່ລັດຖະບານສືບຕໍ່ຜັນຂະຫຍາຍຕາມຫຼັກວິທະຍາສາດ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນແຕ່ລະໄລຍະຊ່ວງການແຜ່ລະບາດຂອງ COVID-19 ຢູ່ປະເທດຕ່າງໆ ໃນໂລກ.

ມາດຕະການດັ່ງກ່າວແມ່ນໄດ້ຖືກປຶກສາຫາລືຢູ່ກອງປະຊຸມລັດຖະບານໃນລະຫວ່າງວັນທີ 18-19 ມີນາ ທີ່ຜ່ານມາ.

ລັດຖະບານ ສືບຕໍ່ປັບປຸງສູນຂໍ້ມູນຂ່າວສານທີ່ຂຶ້ນກັບຄະນະສະເພາະກິດ ເພື່ອຊີ້ນຳ ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດດັ່ງກ່າວ ເພື່ອແລກ ປ່ຽນ, ກວດກາຄວາມຖືກຕ້ອງ ແລະ ສະໜອງຂໍ້ມູນທີ່ຊັດເຈນ ແລະ ວ່ອງໄວ ກ່ຽວກັບສະພາບການລະບາດ ຂອງ COVID-19 ຢູ່ໃນພາກພື້ນ ແລະ ໃນໂລກ.

ພ້ອມກັນນັ້ນກໍ ໂຄສະນາເຜີຍແຜ່ຂໍ້ມູນ ເພື່ອໃຫ້ສັງຄົມ ກໍ່ຄືປະຊາຊົນຮູ້ຈັກ ແລະ ເຂົ້າໃຈ ເປັນເອກະພາບ ກ່ຽວກັບໄພອັນຕະລາຍ ແລະ ຄວາມສ່ຽງໃນການຕິດເຊື້ອພະຍາດ ພ້ອມທັງເຜີຍແຜ່ຄໍາແນະນຳກ່ຽວກັບວິທີປ້ອງກັນ, ສະກັດກັ້ນ ແລະ ການເຂົ້າເຖິງການບໍລິການທາງດ້ານສາທາລະນະສຸກ.

ປຸກລະດົມ ແລະ ສຶກສາອົບຮົມໃຫ້ທົ່ວສັງຄົມ ເປັນເຈົ້າການໃນການປ້ອງກັນຕົນເອງ ແລະ ຫຼີກລ່ຽງຈາກຄວາມສ່ຽງໃນການຕິດເຊື້ອພະຍາດ ເປັນຕົ້ນແມ່ນການຫຼີກລ່ຽງການເດີນທາງໄປຕ່າງປະເທດ, ຫຼີກລ່ຽງການໄປບ່ອນທີ່ມີຄວາມສ່ຽງ, ບ່ອນທີ່ມີຄົນແອອັດ, ຖ້າມີຄວາມຈຳເປັນຕ້ອງໄປ ກໍຕ້ອງມີມາດຕະການປ້ອງກັນຕົນເອງ ຕາມການແນະນໍາຂອງສາທາລະນະສຸກ ເຊັ່ນ: ໃຊ້ໜ້າກາກອັດປາກ,  ລ້າງມືດ້ວຍນໍ້າຢາ ແລະ ສະບູ ເລື້ອຍໆ, ກິນຢູ່ຖືກຕາມຫຼັກ ອະນາໄມ ແລະ ອື່ນໆ ຕາມການແນະນໍາຂອງຂະແໜງການກ່ຽວຂ້ອງ.

ສໍາລັບການມາດຕະການປິ່ນປົວກໍລະນີ ກວດພົບຜູ້ຕິດເຊື້ອ, ລັດຖະບານໄດ້ກຳນົດສະຖານທີ່ໃນການປິ່ນປົວຜູ້ຕິດເຊື້ອໄວ້ ໂດຍຢູ່ນະຄອນຫຼວງວຽງຈັນ ແມ່ນກໍານົດເອົາໂຮງໝໍ 103, ໂຮງໝໍມິດຕະພາບ (150 ຕຽງ), ໂຮງໝໍມະໂຫສົດ ແລະ ໂຮງໝໍເສດຖາທິຣາດ, ສ່ວນຢູ່ແຕ່ລະແຂວງກໍານົດເອົາໂຮງໝໍແຂວງທຸກໆແຂວງ ໂດຍໃຫ້ແຍກຈາກເຂດການປິ່ນປົວທົ່ວໄປອອກ.

ນອກຈາກນີ້ ກໍໄດ້ກະກຽມພະນັກງານແພດໝໍໄວ້ໃຫ້ພຽງພໍພ້ອມທັງໃຫ້ມີການຝຶກອົບຮົມວິທີການຮັບມືຕົວຈິງໃຫ້ລະອຽດ, ພ້ອມກັນນັ້ນ ກໍ່ພົວພັນປະສານຂໍການຊ່ວຍເຫຼືອຈາກຊ່ຽວຊານ ແລະ ແພດໝໍທີ່ມີຄວາມຊຳນານຈາກປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ເພື່ອກຽມໄວ້ ກໍລະນີມີຄວາມຈໍາເປັນ.

ກໍານົດຄວາມຕ້ອງການທາງດ້ານເຄື່ອງມື ແລະ ອຸປະກອນ ພ້ອມທັງສະເໜີແຜນຈັດຊື້ແຮໄວ້ໂດຍສະເພາະໜ້າກາກອະນາໄມ, ນໍ້າຢາລ້າງມື, ຊຸດປ້ອງກັນຂອງແພດໝໍ ແລະ ອຸປະກອນຕ່າງໆທີ່ຈຳເປັນ, ກະກຽມຢາປົວແຮໄວ້ໃນກໍລະນີມີການຄົ້ນພົບວັກຊິນ ແລະ ຢາປິ່ນປົວໃໝ່ ທີ່ມີປະສິດທິຜົນ ຈາກຕ່າງປະເທດ, ກໍ່ໃຫ້ຮີບຮ້ອນປະສານເພື່ອຂໍຊື້ ຫຼື ແບ່ງປັນຈາກປະເທດເພື່ອນມິດ ເພື່ອກຽມໃຫ້ແກ່ການປິ່ນປົວຜູ້ຕິດເຊື້ອພະຍາດ.

ຂ່າວ: ວຽງຈັນທາຍ

ພາບ ປະກອບ

Related Articles

Leave a Reply