Vientiane Times Lao
ລັດຖະບານຮຽກຮ້ອງທຸກຄົນບໍ່ໃຫ້ໄປປະເທດທີ່ມີການລະບາດຂອງ ໂຄວິດ-19

ລັດຖະບານຮຽກຮ້ອງທຸກຄົນບໍ່ໃຫ້ໄປປະເທດທີ່ມີການລະບາດຂອງ ໂຄວິດ-19

ກະຊວງສາທາລະນະສຸກໄດ້ອອກມາຮຽກ ຮ້ອງໃຫ້ປະຊາຊົນລາວ ທຸກຄົນຫຼີກເວັ້ນການເດີນທາງໄປປະເທດ ທີ່ມີການແຜ່ລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ 2019 (COVID-19) ຖ້າບໍ່ຈໍາເປັນ, ພາຍຫຼັງພະຍາດດັ່ງກ່າວມີຄວາມຮຸນແຮງ ແລະ ​ແຜ່​ລາມ​ໄປ​ຫຼາຍ​ປະເທດ.

ດຣ ລັດຕະນະໄຊ ເພັດສຸວັນ, ຫົວຫນ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກໄດ້ແຈ້ງໃຫ້ຮູ້ວ່າ: ທຸກຄົນຄວນຫຼີກເວັ້ນການເດີນທາງໄປປະເທດທີ່ມີການແຜ່ລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ 2019. ຖ້າຈໍາເປັນໄປປະເທດດັ່ງກ່າວ, ເມື່ອກັບມາປະເທດຂອງຕົນແລ້ວຄວນໄປພົບເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອກວດສຸຂະພາບ ແລະ ກັກບໍລິເວນຕົນເອງຈົນຄົບ 14 ວັນ ເພື່ອປ້ອງກັນການຕິດເຊື້ອພະຍາດດັ່ງກ່າວ.

ເພື່ອຮັກສາຕົນເອງໃຫ້ປອດໄພຈາກເຊື້ອພະຍາດດັ່ງກ່າວແມ່ນໃຫ້ ລ້າງມືໃສ່ສະບູ ແລະ ນໍ້າສະອາດ ຫຼື ເຈວລ້າງມືເປັນປະຈໍາ, ເມື່ອມີອາການໄອ ແລະ ຈາມ ຕ້ອງປິດປາກ ແລະ ດັງ ດ້ວຍເຈ້ຍອະນາໄມ,ຈາກນັ້ນຖິ້ມເຈ້ຍອນາໄມລົງຖັງຂີ້ເຫຍື້ອທັນທີ,  ເວັ້ນການສໍາຜັດໃກ້ຊິດກັບຄົນທີ່ມີອາການໄຂ້, ໄອ, ເຈັບຄໍ ຫຼື ຫາຍໃຈຍາກ.

ຄວນຫຼີກເວັ້ນການສຳຜັດຕາ, ດັງ ແລະ ປາກ ຖ້າບໍ່ໄດ້ລ້າງມື,  ຫຼີກເວັ້ນການສໍາຜັດກັບສັດທີ່ເຫງົາ ຫຼື ສັດບໍ່ມີເຈົ້າຂອງໂດຍສະເພາະແມ່ນຢູ່ຕະຫຼາດສົດ. ຖ້າຈໍາເປັນແມ່ນຕ້ອງລ້າງມືໃຫ້ສະອາດທຸກຄັ້ງພາຍຫຼັງທີ່ໄດ້ສໍາຜັດສັດຕ່າງໆ ແລະ ຫຼີກເວັ້ນການເດີນທາງໄປສະຖານທີ່ແອອັດ.

ຖ້າທ່ານຮູ້ສຶກບໍ່ສະບາຍ, ຖ້າມີອາການໄຂ້, ໄອ, ເຈັບຄໍ ຫຼື ຫາຍໃຈຍາກ, ຫຼື ຕ້ອງເບີ່ງແຍງບຸກຄົນ ທີ່ມີອາການສະແດງອອກດັ່ງກ່າວ, ຄວນໃສ່ຜ້າອະນາໄມອັດປາກ-ດັງ ແລະ ຕ້ອງຮັບປະກັນວ່າຕົນເອງຮູ້ວິທີການໃສ່ ແລະ ຖິ້ມຜ້າດັ່ງກ່າວຢ່າງຖືກຕ້ອງ. ຖ້າຫາກມີອາການໄຂ້, ໄອ, ເຈັບຄໍ ຫຼື ຫາຍໃຈຍາກ ໃຫ້ໂທຫາສາຍດ່ວນ 166 ເພື່ອຂໍຄໍາປຶກສາ.

ຂ່າວ: ວຽງຈັນທາຍ

ພາບ: ພູນຊັບ 

Related Articles

Leave a Reply