Vientiane Times Lao
ລັດຖະບານເລັ່ງແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19

ລັດຖະບານເລັ່ງແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19

ກອງປະຊຸມເພື່ອແກ້ໄຂຜົນກະທົບຈາກການລະບາດພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຕໍ່ເສດຖະກິດລາວ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 20 ເມສາ 2020 ທີ່ກະຊວງແຜນການ ແລະ ການລົງທຶນ.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອປຶກສາຫາລືກ່ຽວກັບການຈັດຕັໍ້ງປະຕິບັດນະໂນບາຍ ແລະ ມາດຕະການທາງດ້ານເສດຖະກິດ ທີ່ລັດຖະ ບານໄດ້ແຈ້ງອອກເພືຶ່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19.

ກອງປະຊຸມດັ່ງກ່າວ ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ມີບັນດາຫົວໜ້າຄະນະສະເພາະກິດທີ່ຮັບຜິດຊອບໃນແຕ່ລະຂະແໜງການເຂົ້າຮ່ວມ.

ທ່ານ ສອນໄຊ ສີພັນດອນ ໄດ້ກ່າວວ່າ ກອງປະຊຸມໃນມື້ນີ້ແມ່ນເພື່ອເສີມຂະຫຍາຍ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ເລກທີ 32/ນຍ ລົງວັນທີ 3 ເມສາ 2020, ເຊິ່ງຜົນຂອງກອງປະຊຸມອັນສໍາຄັນໃນຄັໍ້ງນີໍ້ຈະໄດ້ນໍາສະເໜີຕໍ່ກອງປະຊຸມປະຈໍາເດືອນຂອງລັດຖະບານ ທີ່ຈະຈັດຂຶ້ນໃນວັນທີ 23 ເມສາ 2020 ທີ່ຈະມາເຖິງນີໍ້.

ຂ່າວ-ພາບ: ເພັດໂພໄຊ

Related Articles

Leave a Reply