Vientiane Times Lao
ລັດຖະບານແຈ້ງໂຈະກິດຈະກໍາທີ່ມີຈໍານວນຄົນເຂົ້າຮ່ວມຫຼາຍເພື່ອປ້ອງກັນ​​ພະ­ຍາດ​ ໂຄວິດ-19

ລັດຖະບານແຈ້ງໂຈະກິດຈະກໍາທີ່ມີຈໍານວນຄົນເຂົ້າຮ່ວມຫຼາຍເພື່ອປ້ອງກັນ​​ພະ­ຍາດ​ ໂຄວິດ-19

​ຄະ­ນະ​ສະ­ເພາະ​ກິດ ເພື່ອ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ​ ໂຄວິດ -19 (COVID-19) ໄດ້ອອກແຈ້ງການ ໃນມື້ວັນທີ 2 ມີນາ 2020 ນີ້ ເຖິງອໍານາດການປົກຄອງທ້ອງຖິ່ນທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ ໃຫ້ໂຈະ, ເລື່ອນຊົ່ວຄາວ ແລະ ຈໍາກັດຜູ້ເຂົ້າຮ່ວມການຈັດງານປະເພນີ, ງານສັງສັນ ແລະ ກິດຈະກໍາຕ່າງໆທີ່ມີຈໍານວນຄົນເຂົ້າຮ່ວມຫຼາຍລວມທັງການຈັດກິລາແຂ່ງຂັນຕ່າງໆອອກໄປກ່ອນ.

ແຈ້ງການໄດ້ລະບຸໄວ້ຕື່ມອີກວ່າ: ຖ້າມີຄວາມຈໍາເປັນທີ່ຈະຕ້ອງຈັດງານແມ່ນຕ້ອງໃຫ້ຄະນະຮັບຜິດຊອບ ຫຼື ເຈົ້າພາບປະຕິບັດມາດຕະການການປ້ອງກັນການຕິດເຊື້ອພະຍາດດັ່ງກ່າວ ໂດຍຕ້ອງມີການກວດອຸນຫະພູມ, ຖ້າພົບເຫັນຜູ້ໃດມີອາການໄຂ້, ໄອ ຫຼື ຫາຍໃຈຍາກທີ່ເຂົ້າຄ່າຍກັບນິຍາມຂອງພະຍາດ ໂຄວິດ -19 ແມ່ນບໍ່ໃຫ້ອະນຸຍາດເຂົ້າຮ່ວມງານຢ່າງເດັດຂາດ.  

ຂ່າວ: ວຽງຈັນທາຍ

ພາບ ປະກອບ

Related Articles

Leave a Reply