ລັດຖະບານໄທໄດ້ຊ່ວຍເຫຼືອເຈວລ້າງມື 2.040 ຕຸກ ແລະ ຖົງມືທາງການແພດ 50.000 ຄູ່ໃຫ້ ແກ່ລັດຖະບານລາວເພື່ອປະກອບສ່ວນເຂົ້າໃນການປ້ອງກັນ ແລະ ຕອບໂຕ້ການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19), ຊຶ່ງພິທີມອບ-ຮັບເຄື່ອງດັ່ງກ່າວໄດ້ຈັດຂຶ້ນມື້ວັນທີ 02 ມີນາ 2020 ທີ່ ກະຊວງສາທາລະນະສຸກ ມອບໂດຍ ທ່ານ ດຳຣົງ ໄຄ່ຄວນ ເອກອັກຄະລັດຖະທູດໄທ ປະຈຳ ສປປ ລາວ ແລະ ຕາງໜ້າຮັບ ໂດຍ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ.
ເຖິງແມ່ນວ່າພະຍາດ COVID-19 ໄດ້ມີການແຜ່ລາມໄປຫຼາຍກວ່າ 40 ປະເທດໃນທົ່ວໂລກແລ້ວກໍ່ຕາມ ແລະ ອົງການອະນາໄມໂລກໄດ້ມີການປະເມີນວ່າພະຍາດດັ່ງກ່າວມີຄວາມສ່ຽງສູງທີ່ສຸດທີ່ຈະແຜ່ລະບາດໄປທົ່ວໂລກ, ແຕ່ວ່າຮອດ ປະຈຸບັນ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ -19 ຢັ້ງຢືນວ່າ ຍັງບໍ່ມີກໍລະນີຜູ້ຕິດເຊື້ອຢູ່ໃນ ສປປ ລາວ.
ຂ່າວ: ວຽງຈັນທາຍ
ພາບ: ພ້ອມພົງ