ລັດຖະບານ ມີແຜນສືບຕໍ່ກະກຽມສູນຈໍາກັດບໍລິເວນ ເພື່ອສັງເກດອາການ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກ ສາຍພັນໃໝ່ ໂຄວິດ-19.
ສູນດັ່ງກ່າວແມ່ນຈະມີຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງຕ່າງໆໃນທົ່ວປະເທດ ເພື່ອຮອງຮັບຜູ້ທີ່ຈະເດີນທາງມາແຕ່ຕ່າງປະເທດ ເຂົ້າມາ ສປປ ລາວ, ເຊິ່ງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການໃນວັນທີ 24 ເມສາ 2020 ເພື່ອໃຫ້ກະກຽມສູນ ຈໍາກັດບໍລິເວນ ພາຍຫຼັງໄດ້ຕົກລົງໃນກອງປະຊຸມສະໄໝສາມັນປະຈໍາເດືອນ ຂອງລັດຖະບານໃນວັນທີ 23 ເມສາ 2020 ທີ່ຜ່ານມາ.
ສູນຈໍາກັດບໍລິເວນຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຈໍາປາສັກ ຖືກກໍານົດໃຫ້ເປັນບ່ອນຮັບເອົາຜູ້ໄດ້ຮັບອະນຸຍາດເດີນທາງມາຈາກຕ່າງປະເທດ ເຂົ້າມາ ສປປ ລາວ ເພື່ອກວດຫາເຊື້ອພະຍາດກ່ອນ ຖ້າຜົນກວດເປັນບວກ ແມ່ນ ມີເຊື້ອພະຍາດໂຄວິດ-19 ໃຫ້ສົ່ງເຂົ້າໂຮງໝໍເພື່ອຮັບການປີ່ນປົວ, ຖ້າຜົນກວດເປັນລົບ (ບໍ່ມີເຊື້ອພະຍາດ ໂຄວິດ-19) ໃຫ້ສືບຕໍ່ຈໍາກັດ ແລະ ຕິດຕາມອາການຈົນຄົບ 14 ວັນ ສໍາລັບຜູ້ທີ່ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຈໍາປາສັກ.
ສ່ວນຜູ້ທີ່ຢູ່ແຂວງອື່ນ ໃຫ້ສົ່ງໄປສືບຕໍ່ຈໍາກັດບໍລິເວນຈົນຄົບ 14 ວັນ ຢູ່ສະຖານທີ່ຈໍາກັດບໍລິເວນ ຢູ່ແຂວງທີ່ກ່ຽວຂ້ອງ, ຫ້າມເດັດຂາດບໍ່ໃຫ້ຈໍາກັດບໍລິເວນຢູ່ເຮືອນ.
ພ້ອມດຽວກັນ ລັດຖະບານ ຍັງໄດ້ແນະນໍາໃຫ້ຄະນະສະເພາະກິດ ສົມທົບກັບທ້ອງຖີ່ນ ທີ່ກ່ຽວຂ້ອງຄົ້ນຄວ້າກໍານົດໂຮງແຮມທີ່ຈະເປັນບ່ອນຈໍາກັດບໍລິເວນ ແລະ ຕິດຕາມອາການ ສໍາລັບຊ່ຽວຊານ ຫຼື ຄົນຕ່າງປະເທດທີ່ຈະເຂົ້າມາ ສປປ ລາວ ໂດຍຄ່າໃຊ້ຈ່າຍໃນໄລຍະຈໍາກັດບໍລິເວນແມ່ນເຂົາເຈົ້າເປັນຜູ້ຮັບຜິດຊອບເອງ.
ຂ່າວ: ວຽງຈັນທາຍ
ພາບ ປະກອບ