ພິທີມອບ-ຮັບສູນຂໍ້ມູນຂ່າວສານແຜ່ນດີນໄຫວ ແຫ່ງຊາດໃຫ້ແກ່ລາວໄດ້ຈັດຂຶ້ນໃນວັນທີ 20 ເດືອນ ທັນວາ 2019 ຢູ່ອຸທົກກະສາດ ມອບໂດຍແມ່ນ ທ່ານ ຫວາງ ສີຮຸຍ ທູດເສດຖະກິດການຄ້າ ປະຈຳລາວ ແລະ ຮັບໂດຍທ່ານ ໄຊນະຄອນ ອີນທະວົງ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ. ສູນດັ່ງກ່າວແມ່ນເລີ່ມລົງມືກໍ່ສ້າງນັບແຕ່ວັນທີ 27 ພະຈິກ 2018 ໃຊ້ເວລາ 1 ປີຈື່ງສຳເລັດ ແລະ ສູນດັ່ງກ່າວ ຈະນຳໃຊ້ແລກປ່ຽນຂໍ້ມູນຂ່າວສານຮ່ວມກັນລະຫວ່າງ 2 ປະເທດລາວ-ຈີນ ແລະ ພາກພື້ນ ເພື່ອຫຼຸດຜ່ອນຜົນກະທົບຈາກໄພພິບັດດ້ານແຜນດີນໄຫວທີ່ໄວ ແລະ ຮັບມືກັບເຫດການດັ່ງກ່າວໄດ້ຢ່າງທັນການ. ສູນດັ່ງກ່າວສາມາດສະໜອງຂໍ້ມູນແຜ່ນດິນໄຫວພາຍໃນປະເທດນັບແຕ່ 3 ລິກເຕີຂຶ້ນໄປ.
ຂ່າວ-ພາບ ຄຳພັນ,