Vientiane Times Lao
ລັດຖະບານ ສັນລະເສີນ ຄະນະຊ່ຽວຊານແພດ ສປ ຈີນ ທີ່ມາຊ່ວຍຕ້ານພະຍາດໂຄວິດ-19 ຢູ່ລາວ

ລັດຖະບານ ສັນລະເສີນ ຄະນະຊ່ຽວຊານແພດ ສປ ຈີນ ທີ່ມາຊ່ວຍຕ້ານພະຍາດໂຄວິດ-19 ຢູ່ລາວ

ກະຊວງສາທາລະນະສຸກ ໃນນາມຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ມອບໃບຍ້ອງຍໍແກ່ຄະນະຊ່ຽວຊານແພດ ສປ ຈີນ ຈໍານວນ 12 ທ່ານທີ່ມາຊ່ວຍທິມແພດໝໍຂອງລາວໃນການຕ້ານການລະບາດຂອງພະຍາດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19.

ພິທີສະຫຼຸບຜົນງານ ແລະ ຍ້ອງຍໍຊົມເຊີຍ ໄດ້ຈັດຂຶ້ນໃນວັນທີ 10 ເມສາ 2020 ທີ່ ກະຊວງສາທາລະນະສຸກ, ນະຄອນຫຼວງວຽງຈັນ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຄະນະຊ່ຽວຊານແພດ ສປ ຈີນ ພາຍຫຼງທີ່ສໍາເລັດໜ້າທີ່ໃນການຊ່ວຍຕ້ານການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ. ຄະນະຊ່ຽວຊານແພດ ສປ ຈີນ ຈໍານວນດັ່ງກ່າວ ພ້ອມດ້ວຍອຸປະກອນການແພດ ເດີນທາງມາຮອດສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໃນຕອນເຊົ້າ ຂອງວັນທີ 29 ມີນາ 2020 ທີ່ຜ່ານມາ.

ໃນພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ຫົວໜ້າຄະນະສະເພາະ ກິດ ເພື່ອຕ້ານກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ 19, ທ່ານ ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ທ່ານ ຈຽງຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ.

ທ່ານ ຮສ. ດຣ. ບຸນກອງ ສີຫາວົງ ຕາງໜ້າໃຫ້ທີມແພດໝໍ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈມາຍັງຄະນະຊ່ຽວຊານແພດ ສປ ຈີນ ທີ່ໄດ້ມີຄວາມຕັ້ງໃຈເຮັດວຽກຢ່າງເຕັມກໍາລັງ ຢ່າງບໍ່ຮູ້ອິດ ຮູ້ເມື່ອຍ ເຮັດທັງເວັນ ທັງຄືນ ເພື່ອຊ່ວຍເຫຼືອຄະນະແພດໝໍລາວ ແລະ ປະຊາຊົນລາວ ດ້ວຍນໍ້າໃຈມິດຕະພາບ ຮັກແພງ ແລະ ຄູ່ຮ່ວມຊະຕາກໍາດຽວກັນ ຕາມທິດນໍາຂອງການນໍາຂອງສອງປະເທດພວກເຮົາໄດ້ສັ່ງສອນໄວ້.

ການມາຊ່ວຍເຫຼືອຂອງຄະນະຊ່ຽວຊານແພດ ສປ ຈີນ ແມ່ນມີຄຸນຄ່າ ແລະ ປະໂຫຍດຫຼາຍ ເຊິ່ງໄດ້ຊ່ວຍປັບປຸງ ຍົກລະດັບມາດຕະຖານໃນ ການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ ໂຄວິດ-19 ແລະ ລັດຖະບານ ສປ ຈີນ ຍັງໄດ້ສົ່ງຢາ, ເຄື່ອງມື ແລະ ອຸປະກອນການແພດ ເປັນຈໍານວນຫຼວງຫຼາຍມາໃຫ້ ສປປ ລາວ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply