Vientiane Times Lao
ລັດຖະບານ ຮຽກຮ້ອງໃຫ້ປະຕິບັດຂໍ້ແນະນໍາ ເພື່ອໃຫ້ການລະບາດຂອງໂຄວິດ-19 ຫຼຸດຜ່ອນລົງ

ລັດຖະບານ ຮຽກຮ້ອງໃຫ້ປະຕິບັດຂໍ້ແນະນໍາ ເພື່ອໃຫ້ການລະບາດຂອງໂຄວິດ-19 ຫຼຸດຜ່ອນລົງ

ລັດຖະບານ ໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຈົ່ງສືບຕໍ່ຮ່ວມມືເປັນເຈົ້າການໃນການປະຕິບັດບັນດາຂໍ້ແນະນຳຕ່າງໆຢ່າງເຂັ້ມງວດ ເພື່ອໃຫ້ສະພາບການລະບາດຂອງພະຍາດໂຄວິດຜ່ອນຫຼຸດໜ້ອຍຖອຍລົງ ຈຶ່ງຈະສາມາດກັບມາດຳລົງຊີວິດຕາມປົກກະຕິ.

ເພື່ອຮັບປະກັນບໍ່ໃຫ້ມີຜູ້ຕິດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ເພີ່ມຂຶ້ນອີກ ຢູ່ ສປປ ລາວ, ລັດຖະບານໄດ້ຈັດ ກອງປະຊຸມທົບທວນ ແລະ ປະເມີນຄືນການຈັດປະຕິບັດຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ເລກທີ 06/ນຍ ເມື່ອບໍ່ດົນມານີ້, ເຊິ່ງ ທ່ານນາຍົກລັດຖະມົນຕີ ກໍ່ໄດ້ມີທິດຊີ້ນໍາໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີອອກແຈ້ງການຕໍ່ ເວລາ ແລະ ການແນະນໍາເພີ່ມເຕີມກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 06/ນຍ, ເນື້ອໃນສໍາຄັນທີ່ໄດ້ຊີ້ນໍາແມ່ນ ສືບຕໍ່ປະຕິບັດບັນດານິຕິກໍາ, ຄໍາແນະນໍາ, ແຈ້ງການຂອງຄະນະສະເພາະກິດ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ຂະແໜງການກ່ຽວຂ້ອງອອກໄປຕື່ມ 14 ວັນ ຈົນຮອດວັນທີ 03 ພຶດສະພາ 2020 ຢ່າງຖືກຕ້ອງ ແລະ ເຂັ້ມງວດ.

ສໍາລັບພະນັກງານ-ລັດຖະກອນ ແມ່ນໃຫ້ສືບຕໍ່ຈໍາກັດພະນັກງານໄປປະຈໍາການ ຜັດປ່ຽນກັນເຮັດວຽກຢູ່ເຮືອນ ໂດຍບໍ່ໃຫ້ສວຍໂອກາດເອົາໂມງລັດຖະການໄປເຮັດວຽກສ່ວນຕົວເພື່ອຮັບປະກັນໃຫ້ລ້ອນໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້

ສືບຕໍ່ເພີ່ມທະວີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດມາດຕະການຕ່າງໆທີ່ໄດ້ກໍານົດໄວ້ໃນ ເລກທີ 06/ນຍ ເປັນຕົ້ນ: ການຫ້າມອອກ ຈາກເຮືອນ ຫຼື ທີ່ພັກອາໄສການໄປເຂດທີ່ມີຄວາມສ່ຽງໃນການຕິດເຊື້ອ ການຊຸມແຊວທີ່ມີຈໍານວນຄົນເກີນ 10 ຄົນຂຶ້ນໄປ ແລະ ເຫັນດີຄົ້ນຄວ້ານະໂຍບາຍມາດຕະການທີ່ຕິດພັນກັບການເຄື່ອນໄຫວຂອງພາກທຸລະກິດ ທີ່ມີຄວາມຈໍາເປັນຈໍານວນໜຶ່ງ ເພື່ອຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດຂອງລາວ ແຕ່ຕ້ອງບົນພື້ນຖານຮັບປະກັນບໍ່ໃຫ້ມີຄວາມສ່ຽງໃນການຕິດເຊື້ອ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply