ລັດຖະບານ ສປປ ລາວ, ຮ່ວມມືກັບອົງການສະຫະປະຊາຊາດເພື່ອການພັດທະນາ (UNDP), ໄດ້ເປີດຕົວ ສູນການເງິນເພື່ອສະພາບອາກາດ ແລະ ການພັດທະນາແບບຍືນຍົງ ແຫ່ງໃໝ່. ເຊິ່ງການລິເລີ່ມດັ່ງກ່າວມີຂຶ້ນໃນຂະນະທີ່ປະເທດກຳລັງກະກຽມຫຼຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນປີ 2026, ເຊິ່ງມີເປົ້າໝາຍເພື່ອເສີມສ້າງການສະໜອງທຶນດ້ານການພັດທະນາໃຫ້ມີຄວາມເຂັ້ມແຂງຂຶ້ນ.
ສູນກາງດັ່ງກ່າວແມ່ນຕັ້ງຢູ່ກະຊວງການເງິນ, ໂດຍຈະເຮັດໜ້າທີ່ເປັນເວທີວິຊາການເພື່ອປະສານງານການປະຕິຮູບ, ສ້າງຄວາມອາດສາມາດ ແລະ ລະດົມຊັບພະຍາກອນເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການພັດທະນາແບບຍືນຍົງ.
ການເປີດຕົວຄັ້ງນີ້ມີຂຶ້ນໃນກອງປະຊຸມສົນທະນາທາງດ້ານນະໂຍບາຍລະດັບສູງພາຍໃຕ້ຫົວຂໍ້ “ອະນາຄົດຂອງການເງິນເພື່ອການພັດທະນາໃນ ສປປ ລາວ,” ເຊິ່ງໄດ້ຈັດຂຶ້ນພ້ອມກັບການຢ້ຽມຢາມຂອງ ທ່ານນາງ Kanni Wignaraja, ຜູ້ຊ່ວຍເລຂາທິການໃຫຍ່ສະຫະປະຊາຊາດ ແລະ ຜູ້ອຳນວຍການພາກພື້ນປະຈຳພາກພື້ນອາຊີ-ປາຊີຟິກຂອງ UNDP.
ຕາມການປະເມີນເບື້ອງຕົ້ນທີ່ໄດ້ຮັບການສະໜັບສະໜູນຈາກ UNDP, ສປປ ລາວ ຈະຕ້ອງໃຊ້ເງິນຫຼາຍສິບຕື້ໂດລາສະຫະລັດ ເພື່ອສະໜອງທຶນໃຫ້ບຸລິມະສິດການພັດທະນາໃນຊ່ວງປີ 2026-2030, ໂດຍສະເພາະແມ່ນການສະໜອງທຶນດ້ານສະພາບອາກາດ ແລະ ການພັດທະນາມະນຸດ ທີ່ຍັງມີຊ່ອງຫວ່າງຂະໜາດໃຫຍ່.
ຕາມຂໍ້ມູນຈາກ UNDP ລາວ ຫຼາຍກວ່າ 80% ຂອງຄວາມຕ້ອງການລົງທຶນທີ່ກ່ຽວຂ້ອງກັບສະພາບອາກາດອາດຈະບໍ່ໄດ້ຮັບການສະໜອງທຶນ ແລະ ປະມານໜຶ່ງສ່ວນສາມເຖິງເກືອບເຄິ່ງໜຶ່ງຂອງການລົງທຶນດ້ານການສຶກສາ ແລະ ສາທາລະນະສຸກຍັງຂາດແຄນທຶນ, ເຊິ່ງອາດຈະເປັນອັນຕະລາຍຕໍ່ຄວາມຄືບໜ້າໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs).
ເພື່ອແກ້ໄຂບັນຫານີ້, ສູນດັ່ງກ່າວຈະສຸມໃສ່ການປະຕິຮູບທີ່ສຳຄັນ ເຊັ່ນ: ການປັບປຸງການລະດົມລາຍຮັບ, ການຫຼຸດຜ່ອນລາຍຈ່າຍທີ່ບໍ່ຈຳເປັນ ແລະ ການປັບໂຄງສ້າງໜີ້ສິນ. ນອກຈາກນີ້, ສູນຍັງຈະເປັນເວທີສຳຄັນໃນການດຶງດູດການສະໜັບສະໜູນຈາກສາກົນ, ໂດຍສະເພາະການຈັດຕັ້ງປະຕິບັດນະໂຍບາຍຕ່າງໆເຊັ່ນ: NDC Investment Plan ທີ່ກ່ຽວຂ້ອງກັບການປ່ຽນແປງສະພາບອາກາດ.
ທ່ານນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີກະຊວງການເງິນ, ໄດ້ກ່າວເນັ້ນວ່າເວທີໃໝ່ນີ້ສອດຄ່ອງກັບຄຳໝັ້ນສັນຍາຂອງລັດຖະບານ, ໂດຍສະເພາະແມ່ນການກະກຽມແຜນການສະໜອງທຶນໃຫ້ແກ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ (NSEDP) 5 ປີ ສະບັບທີ 10.
ທ່ານນາງ ກ່າວວ່າ: “ສປປ ລາວ ໄດ້ມີຄວາມຄືບໜ້າຢ່າງໃຫຍ່ຫຼວງໃນດ້ານການເງິນແບບຍືນຍົງ ເນື່ອງຈາກເປັນປະເທດທຳອິດໃນພາກພື້ນທີ່ໄດ້ຮັບຮອງເອົາຍຸດທະສາດການເງິນຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຊຸດທີ 9 (NSEDP) ໂດຍໃຊ້ຫຼັກການສາກົນຂອງຂອບການເງິນແຫ່ງຊາດແບບເຊື່ອມໂຍງເຂົ້າກັນ.”
.
ໃນຂະນະດຽວກັນ, ທ່ານນາງ Wignaraja ໄດ້ຊີ້ໃຫ້ເຫັນເຖິງຄວາມສຳຄັນຂອງການປະຕິຮູບການເງິນແບບປະດິດສ້າງໃນຊ່ວງທີ່ການຊ່ວຍເຫຼືອທົ່ວໂລກຫຼຸດລົງ.
ໂດຍກ່າວວ່າ: “ລະບົບການເງິນເພື່ອການພັດທະນາທົ່ວໂລກກຳລັງຖືກທົດສອບຢ່າງບໍ່ເຄີຍມີມາກ່ອນ, ແຕ່ຄວາມຮັ່ງມີທົ່ວໂລກຍັງມີຫຼາຍກວ່າ 450 ຕື້ໂດລາສະຫະລັດ, ເຊິ່ງສະແດງໃຫ້ເຫັນເຖິງຄວາມຈຳເປັນໃນການປ່ຽນແປງວິທີການລະດົມ ແລະ ຈັດສັນການເງິນເພື່ອການພັດທະນາ. ການເປີດສູນກາງນີ້ເປັນບາດກ້າວທີ່ສຳຄັນຂອງ ສປປ ລາວ.”
ສູນກາງດັ່ງກ່າວໄດ້ຮັບການສະໜັບສະໜູນທາງການເງິນຈາກ ສະຖານທູດລຸກຊໍາບວກ, ທະນາຄານພັດທະນາອາຊີ (ADB), ແລະ INFF Facility. ເຊິ່ງຄາດວ່າສູນຈະມີບົດບາດສຳຄັນໃນການເສີມສ້າງການຄຸ້ມຄອງກອບການເງິນແຫ່ງຊາດ ແລະ ການເປີດແຫຼ່ງທຶນໃໝ່ໆເພື່ອແກ້ໄຂສິ່ງທ້າທາຍດ້ານການພັດທະນາ ແລະ ສະພາບອາກາດຂອງປະເທດ.