ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງການເມື່ອວັນທີ 28 ພຶດສະພາ 2021 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນ້ຳມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດໃຫ້ປັບຂຶ້ນລາຄານ້ຳມັນເຊື້ອໄຟທຸກປະເພດເລີ່ມປະຕິບັດວັນທີ 29 ພຶດສະພາ 2021 ເວລາ 6:00 ໂມງເປັນຕົ້ນໄປ.
ການປັບລາຄານໍ້າມັນດັ່ງກ່າວນີ້ໃຫ້ປັບຂຶ້ນລາຄານໍ້າມັນແອັດຊັງພິເສດ ປັບຂຶ້ນ 51 ກີບຕໍ່ລິດ, ແອັດຊັງທໍາມະດາ ປັບຂຶ້ນ 200 ກີບລິດ ແລະ ກາຊວນ ປັບຂຶ້ນ 145 ກີບຕໍ່ລິດ.
