ລັດວິສາຫະກິດໄຟຟ້າລາວ ໄດ້ອອກແຈ້ງການເມື່ອວັນທີ 3 ມິຖຸນາ 2021 ທີ່ຜ່ານມານີ້ເຖິງຜູ້ຊົມໃຊ້ໄຟຟ້າຊາບວ່າ: ໃນວັນທີ 5 ມິຖຸນາ 2021 ບໍລິສັດຈະໄດ້ມີການມອດໄຟ ເພື່ອປັບປຸງ, ສ້ອມແປງ ແລະ ບໍາລຸງຮັກສາ ລະບົບຕາຂ່າຍໄຟຟ້າ ທີ່ເກົ່າແກ່ ເພື່ອກຽມຮອງຮັບການສະໜອງໄຟຟ້າໃນໄລຍະລະດູຝົນ ທີ່ຂຶ້ນກັບ ໄຟຟ້າລາວ ສາຂາ ນະຄອນຫຼວງ1 ແລະ ນະຄອນຫຼວງ2 ເຊິ່ງຈະມີການມອດໄຟຢູ່ບັນດາບ້ານດັ່ງລຸ່ມນີ້: ຈະມີການມອດໄຟຟ້າ ຢູ່ສາຂາ ນະຄອນຫຼວງ1 ນັບແຕ່ເວລາ 08:30-12:00 ໂມງ ລວມມີ 23 ຈຸດຄື: ບ້ານດອນກອຍ (ແຖວຄອງນໍ້າ), ບ້ານດົງສະຫວາດ, ບ້ານຫາດຊາຍຂາວ, ຫ້ອງການປົກຄອງ ບ້ານ ດອນກອຍ, ຫ້ອງການປົກຄອງ ບ້ານ ດົງສະຫວາດ, ສາງຢາໂຮງໝໍເສດຖາ, ຕຶກ 3 ຊັ້ນຫຼັງໃໝ່ (ຂ້າງຄອງນ້ຳ), ເດີ່ນບານ ມາສະເຕີ 7 ກຣຸບ, ບ້ານຈັດສັນດອນກອຍ, ສູນເບດລາວໂທລະຄົມ, ໂຮງຮຽນສີປະເສີດ, ໂຮງຮຽນສອນຂັບລົດທົ່ງສ້າງນາງ 2, ໂຮງແຮມ ແສງສະຫວາດ, ແກ້ວມະນີ ສໍາຫຼວດອອກແບບ, ບໍລິສັດ ວຽງເຕັກໂນ, ໂຮງແຮມ ໄຊຈະເລີນ, ບ້ານພັກດາລາວັນ, ຮ້ານຂາຍຄອມຟິວເຕີ, ບ້ານພັກແອນນີວົງ 2, ໂຮງງານ ຫວຽດທູ່, ຮ້ານບາຊາບີ, ບ້ານຈັດສັນ ບຶງທາດຫຼວງ ແລະ ອາພາດເມັ້ນ ທ່ານຄໍາສອນ.
ນັັບແຕ່ເວລາ 13:00-16:30 ໂມງ ລວມມີ 12 ຈຸດຄື: ບ້ານດອນກອຍ ຮ່ອມ 12, ຫ້ອງການປົກຄອງ ບ້ານດອນກອຍ, ເດີ່ນກິລາໃນຮົ່ມດອນກອຍ, ບໍລິສັດດາວເຮືອງກາເຟລາວ, ເຮືອນພັກ ນາງຄໍາວົງ, ບ້ານໜອງໄຮ, ບໍລິສັດ ຮັກສາຄວາມປອດໄພ, ຮ້ານອາຫານໄກ່ຕ໋ອກ, ສາງເຄື່ອງທ່ານສັກສິດ, ບໍລິສັດ M FOOD, 3 ແຍກໄຟແດງໜອງໄຮ, ເຮືອນ ທ່ານ ຄໍາມະນີ ອິນທິລາດ.
ສະເພາະໄຟຟ້າ ສາຂາ ນະຄອນຫຼວງ 2 ນັບແຕ່ເວລາ 08:30-12:00 ໂມງ ລວມມີ 9 ຈຸດຄື: ບ້ານ ໂນນແສງຈັນ, ບ້ານ ລີສອດສາຍບົວ, ກອງພັນເຄື່ອນທີ່ໂນນແສງຈັນ, ບ້ານ ຫ້ວຍເຕີຍ, ໝໍ້ແປງເສີມສວນທ່ານ ສຸບັນ, ໂຮງງານສີນໍ້າເງິນ, ໂຮງງານຕັດຫຍິບ (ໂນນສະອາດ), ໝໍ້ແປງສ່ວນຕົວ, ສະຖານທີ່ກ່ຽວຂ້ອງອື່ນໆ.
ຈາກນັ້ນ ເວລາ 13:30-17:30 ລວມມີ 8 ຈຸດຄື: ບ້ານວຽງແກ້ວ, ເຮືອນ ທ່ານ ວົງມະນີ, ບ້ານ ໂນນແສງຈັນ (ເບື້ອງຫຼັງຫ້ອງການບ້ານ), ສູນດາວທຽມ ETL ໂນນແສງຈັນ, ບ້ານຫ້ວຍເຕີຍ, ໂຮງງານດິນຈີ່ຫຼັກ 19, ບ້ານ ໂນນສະອາດ ແລະ ຕະຫຼາດຫຼັກ 19.
ຂໍ້ມູນ: ລັດວິສາຫະກິດໄຟຟ້າລາວ