ກອງປະຊຸມປຶກສາຫາລືຂອງຄະນະສະເພາະກິດ ໜ່ວຍງານນະໂຍບາຍດ້ານການສົ່ງເສີມ ການຜະລິດ-ບໍລິການ, ຄຸ້ມຄອງລາຄາ ແລະ ຈໍລະຈອນສິນຄ້າຄັ້ງນີ້ ໄດ້ຈັດຂຶ້ນໃນວັນທີ 9 ເມສາ 2020 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ພາຍໃຕ້ການເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ, ມີບັນດາຫົວໜ້າຄະນະສະເພາະກິດທີ່ຮັບຜິດຊອບໃນແຕ່ລະຂະແໜງການເຂົ້າຮ່ວມ.
ທ່ານ ສົມຈິດ ອິນທະມິດ ໄດ້ຢືນຢັ້ນມື້ນີ້ໃນ ກອງປະຊຸມປຶກສາຫາລືຂອງຄະນະສະເພາະກິດ ໜ່ວຍງານນະໂຍບາຍດ້ານການສົ່ງເສີມການຜະລິດ-ບໍລິການ, ຄຸ້ມຄອງລາຄາ ແລະ ຈໍລະຈອນສິນຄ້າ ວ່າ ປະຕິບັດຕາມການແບ່ງວຽກ ໜ່ວຍງານວຽກງານການຄຸ້ມຄອງ ລາຄາສິນຄ້າ ແລະ ສົ່ງເສີມການຜະລິດພາຍໃນ ຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 032/ນຍ ຂອງຄະນະສະເພາະກິດວ່າດ້ວຍການແບ່ງ ຄວາມຮັບຜິດຊອບພາຍໃນຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດລະບາດໂຄວິດ-19.
ພວກເຮົາຄະນະສະເພາະກິດດ້ານເສດຖະ ກິດຈຶ່ງໄດ້ມາປຶກສາຫາລືກັນເພື່ອເປັນການ ມອບໝາຍຄວາຍຮັບຜິດຊອບໃນການແບ່ງໜ້າວຽກ ແລະ ເພື່ອໄປຜັນຂະຫຍາຍໜ້າວຽກ ຂອງໃຜລາວທີ່ກ່ຽວຂ້ອງ.
ພາຍໃຕ້ຄຳສັ່ງ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຖືກມອບໝາຍໃຫ້ເປັນໜ່ວຍງານຮັບຜິດຊອບດ້ານການສົ່ງເສີມການຜະລິດ ແລະ ການບໍລິການ ຄຸ້ມຄອງລາຄາ ແລະ ຈໍລະຈອນສິນຄ້າ ໂດຍການຮ່ວມມືກັບກະ ຊວງທີ່ກຽວຂ້ອງໂດຍໄດ້ແຕ່ງຕັ້ງ ທ່ານ ສົມຈິດ ອິນທະມິດ ເປັນຫົວໜ້າຄະນະ, ມີ ທ່ານ ດຣ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ເປັນຮອງຫົວໜ້າຄະນະ, ພ້ອມທັງເປັນຫົວໜ້າຄະນະວຽກງານຄຸ້ມຄອງລາຄາສິນຄ້າ ແລະ ສົ່ງເສີມການຜະລິດພາຍໃນ ໂດຍມີໜ້າທີ່ຮັບຜິດຊອບ ຕິດຕາມກວດກາ ແລະ ຄຸ້ມຄອງລາຄາສິນຄ້າ, ພ້ອມກັນນີ້ ກໍ່ໃຫ້ດໍາເນີນມາດຕະການປັບໃໝ ແລະ ລົງໂທດຕໍ່ຜູ້ກັກຕຸນ ແລະ ຂຶ້ນລາຄາສິນຄ້າອຸປະໂພກ ແລະ ບໍລິໂພກ ເປັນຕົ້ນ ຜ້າປິດປາກ-ດັງ, ນ້ຳຢາລ້າງມື, ຢາປົວພະຍາດ, ອຸປະກອນການແພດ, ເຂົ້າ, ອາຫານ, ນໍ້າດື່ມ ແລະ ອື່ນໆ ຢ່າງເຂັ້ມງວດ; ຈັດຕັ້ງປະຕິບັດຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 06/ນຍ ລົງວັນທີ 29 ມີນາ 2020 ຢ່າງເຂັ້ມງວດ.
ຂ່າວ-ພາບ: ເພັດໂພໄຊ