Vientiane Times Lao
ລັດເຊຍ ມອບອຸປະກອນການແພດຕ້ານໂຄວິດ-19

ລັດເຊຍ ມອບອຸປະກອນການແພດຕ້ານໂຄວິດ-19

ສະຫະພັນລັດເຊຍ ມອບລະບົບກວດເຊື້ອພະຍາດ 1.000 ຊຸດ, ສານທີ່ໃຊ້ເພື່ອກວດຫາເຊື້ອພະຍາດໂຄວິດ-19 ແລະ ໜ້າກາກອະນາໄມໃຫ້ແກ່ ສປປ ລາວ ເພື່ອຊ່ວຍເຫຼືອວຽກງານຄວບຄຸມພະຍາດ ໂຄວິດ-19.

ພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວຈັດຂຶ້ນວັນທີ 26 ພຶດສະພາ 2020 ທີ່ ກະຊວງສາທາລະນະສຸກ, ເຊິ່ງຮັບໂດຍ ທ່ານ ຮສ. ດຣ ບຸນກອງ ສີຫາວົງ, ລັດຖະມົນຕີ ກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງເຊື້ອພະຍາດ ໂຄວິດ-19 ແລະ ມອບໂດຍ ທ່ານ Vladimir A. Kalinin ເອກອັກຄະລັດຖະທູດ ແຫ່ງສະຫະພັນລັດເຊຍ ປະຈຳ ສປປ ລາວ.

ເຄື່ອງດັ່ງກ່າວ ແມ່ນພັດທະນາໂດຍສູນຄົ້ນຄວ້າວິໄຈຊີວະວິທະຍາ ເວັກເຕີ, ສານທີ່ໃຊ້ເພື່ອກວດຫາເຊື້ອພະຍາດໂຄວິດ-19, ເຊິ່ງປະຊາຊົນລາວ ສາມາດເຂົ້າເຖິງການປິ່ນປົວ ແລະ ກວດຊອກຫາເຊື້ອພະຍາດດັ່ງກ່າວ.

ສະຫະພັນລັດເຊຍ ໃຫ້ຄວາມສຳຄັນສູງຕໍ່ການຊ່ວຍເຫຼືອ ແລະ ບັນເທົາທຸກ ຢູ່ ສປປ ລາວ. ໃນປີ 2018, ສະຫະພັນລັດເຊຍ ໄດ້ສະໜອງການເຄື່ອງຊ່ວຍເຫຼືອຫຼາຍກວ່າ 36 ໂຕນ ໃຫ້ແກ່ປະຊາຊົນແຂວງອັດຕະປື ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຄັ້ງໃຫ່ຍ. ໃນປີ 2020 ພາຍໃຕ້ຂອບການຮ່ວມມື ລະຫວ່າງລັດເຊຍ ກັບ ອົງການອະນາໄມໂລກ, ໃນນັ້ນ ລັດເຊຍ ໄດ້ສະໜອງເຄື່ອງໃຊ້ ແລະ ສະບຽງອາຫານໃຫ້ແກ່ປະຊາຊົນຢູ່ບັນດາແຂວງພາກເໜືອຂອງລາວ.

ຂ່າວ: ວຽງຈັນທາຍ 

Related Articles

Leave a Reply