ກະຊວງອຸດສາຫະກຳ ແລະ ການຄ້າໄດ້ອອກແຈ້ງການເມື່ອວັນທີ 7 ກໍລະກົດ 2021 ນີ້ເຖິງສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກ໊ດ, ບໍລິສັດນ້ຳມັນເຊື້ອໄຟ ແລະ ບັນດາປ້ຳຂາຍຍ່ອຍນ້ຳມັນເຊື້ອໄຟທຸກຊະນິດໃຫ້ຊາບບວ່າ: ນັບແຕ່ເວລາ 6 ໂມງ 00 ຂອງວັນທີ 8 ກໍລະກົດ 2021 ນີ້ໃຫ້ເລີ່ມປັບລາຄານ້ຳມັນເຊື້ອໄຟທຸກຊະນິດຂຶ້ນ ຊຶ່ງໃນການປັບລາຄາໃໝ່ໃນຄັ້ງນີ້ໃຫ້ປັບລາຄາ ນ້ຳມັນແອັດຊັງພິເສດຂຶ້ນ 410 ກີບ/ລິດ, ນ້ຳມັນແອັດຊັງທຳມະດາ ປັບຂຶ້ນ 160 ກີບ/ລິດ ແລະ ນ້ຳມັນກາຊວນປັບຂຶ້ນ 70 ກີບ/ລິດ.
