Vientiane Times Lao
ລັດ ຮຽກຮ້ອງໃຫ້ສືບຕໍ່ປະຕິບັດຄຳສັ່ງເລກທີ 06/ນຍ ຈົນຮອດວັນທີ 3 ພຶດສະພາ

ລັດ ຮຽກຮ້ອງໃຫ້ສືບຕໍ່ປະຕິບັດຄຳສັ່ງເລກທີ 06/ນຍ ຈົນຮອດວັນທີ 3 ພຶດສະພາ

ຄະນະສະເພາະກິດ ກໍ່ຄືລັດຖະບານ ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ, ອົງການຈັດຕັ້ງທຸກພາກສ່ວນ ຈົ່ງສືບຕໍ່ຮ່ວມໄມ້ຮ່ວມມືເປັນເຈົ້າການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 06/ນຍ ແລະ ບັນດາຂໍ້ແນະນຳຕ່າງໆຢ່າງຖືກຕ້ອງ ແລະ ເຂັ້ມງວດ ຈົນຮອດວັນທີ 3 ພຶດສະພາ 2020.

ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ໄດ້ກ່າວໃນການຖະແຫຼງຂ່າວມື້ວານນີ້ວ່າ ອີກບັນຫາໜຶ່ງໂອກາດນີ້ ຄະນະສະເພາະກິດ ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ມີສະຕິໃນການປ້ອງກັນພະຍາດຕາມລະດູການ ທີ່ອາດຈະເກີດຂຶ້ນ ຍ້ອນວ່າເລີ່ມເຂົ້າລະດູຝົນ ແມ່ນລະດູການຂອງໄຂ້ເລືອດອອກ ແລະ ພະຍາດຊມເຊື້ອອື່ນໆ ໂດຍສະເພາະພະຍາດທີ່ກັນໄດ້ດ້ວຍວັກຊີນ ເປັນຕົ້ນ: ພະຍາດຄໍຕີບ, ໄຂ້ໝາກແດງ ແລະ ໄອໄກ່.

ພັກ-ລັດ ແມ່ນໄດ້ເອົາໃຈໃສ່ໃນການປົກປ້ອງຊີວິດ ແລະ ສຸຂະພາບຂອງປະຊາຊົນ, ຮັບປະກັນບໍ່ໃຫ້ມີການລະບາດຂອງພະຍາດອອກສູ່ວົງກວ້າງ ແລະ ພະຍາຍາມໃຫ້ຮັກສາຈຳນວນຜູ້ຕິດເຊື້ອໃນ 19 ຄົນນີ້ເທົ່ານັ້ນ, ພ້ອມທັງ ພະຍາຍາມປິ່ນປົວຜູ້ຕິດເຊື້ອແລ້ວໃຫ້ຫາຍດີ. ພ້ອມທັງຮຽກຮ້ອງທຸກຄົນໃຫ້ມີຄວາມອົດທົນ ພ້ອມກັນຜ່ານຜ່າວິກິດນີ້, ຂໍໃຫ້ບັນດາທ່ານຈົ່ງພ້ອມກັນປ້ອງກັນຕົນເອງ, ປ້ອງກັນຄອບຄົວ ແລະ ຜູ້ທີ່ຮັກແພງໃກ້ຊິດກັບບັນດາທ່ານຈາກການຕິດເຊື້ອພະຍາດໂຄວິດ-19 ຖືວ່າແມ່ນພັນທະ ແລະ ຄວາມຮັບຜິດຊອບຂອງທຸກຄົນ ແລະ ເປັນການປະກອບສ່ວນອັນສຳຄັນໃຫ້ແກ່ປະເທດຊາດ.

ຖ້າວ່າບັນດາທ່ານ ຫຼື ຄົນໃນຄອບຄົວຂອງທ່ານມີອາການຄ້າຍຄືໄຂ້ຫວັດ ຫຼື ອາການໄຂ້, ອາການຜິດປົກກະຕິອື່ນໆ ຂໍໃຫ້ມາກວດນໍາແພດໝໍຢູ່ໂຮງໝໍ ບໍ່ໃຫ້ຢ້ານວ່າຈະມາຕິດເຊື້ອພະຍາດໂຄວິດ-19 ຢູ່ໂຮງໝໍ ແຕ່ລະໂຮງໝໍມີການຈັດສັນລະບົບຄັດແຍກຜູ້ສົງໄສເປັນພະຍາດໂຄວິດ-19 ແລະ ຜູ້ເຈັບເປັນທົ່ວໄປອອກຈາກກັນເປັນເຂດໜຶ່ງສະເພາະ.

ຂ່າວ: ວຽງຈັນທາຍ

ພາບ: ຄໍາພັນ

Related Articles

Leave a Reply