ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຄໍາມ່ວນ ໄດ້ແຈ້ງໃຫ້ຮູ້ວ່າ: ໄດ້ມີສິນຄ້າຫຼາຍປະເພດຢູ່ຕາມຕະຫຼາດທີ່ມີລາຄາເໜັງຕີງຂຶ້ນໂດຍສະເພາະເຄື່ອງໃຊ້ສອຍ, ເຄື່ອງອຸບປະໂພກ, ບໍລິໂພກ ແລະ ອື່ນໆ.
ທ່ານ ບຸນໂຮມ ມຸກດາສັກ ຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງຄໍາມ່ວນ ໄດ້ແຈ້ງຕໍ່ທີມຂ່າວວຽງຈັນທາຍມື້ວານນີ້ວ່າ: ສິນຄ້າທີ່ມີລາຄາແພງຂຶ້ນຫຼາຍແມ່ນເຈວລ້າງມື ແລະ ອະນາໄມຜ້າອັດດັງ-ປາກ ຊຶ່ງມີລາຄາສູງກາຍທົບເຄິ່ງຈາກ 25.000 ກີບຕໍ່ກັບໃນເມື່ອ ກ່ອນຍ້ອນວ່າມີການຊື້ຫຼາຍ ແລະ ຂາດຕະຫຼາດ ນອກນັ້ນຍັງມີປະເພດນໍ້າມັນພືດ, ໜີ່, ອາຫານກະປອງ ແລະ ອື່ນໆແຕ່ບໍ່ເໜັງຕີງແຮງປານໃດ. ຕໍ່ກັບການເໜັງຕີງຂອງລາຄາສິນຄ້າປະເພດດັ່ງກ່າວທາງທີມງານສະເພາະກິດພະແນກ ອຸດສາກະກໍາ ແລະ ການຄ້າ ກໍ່ໄດ້ມີການ ກວດສອບ ແລະ ກ່າວຕັກເຕືອນແມ່ຄ້າທີ່ສວຍໂອກາດຂຶ້ນລາຄາສີນຄ້າ.
ທ່ານ ບຸນໂຮມ ໄດ້ກ່າວຕື່ມວ່າ: ສາເຫດທີ່ເຮັດໃຫ້ເກີດມີການເໜັງຕີງຂອງລາຄາສິນຄ້າດັ່ງກ່າວກໍ່ຍ້ອນມີການປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນລວມມີ 4 ແຫ່ງພາຍໃນແຂວງ ເຮັດໃຫ້ສິນຄ້າບາງປະເພດຂາດຕະຫຼາດ ແລະ ອີກບັນຫາໜື່ງມີຂ່າວລືວ່າຈະມີການປິດດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 3 ຢູ່ແຂວງຄໍາມ່ວນ ເພື່ອປ້ອງກັນເຊື້ອຈຸລະໂລກສາຍພັນໃໝ່ 2019 (COVID-19) ຈຶ່ງເຮັດໃຫ້ປະຊາຊົນຈໍານວນໜື່ງພາກັນໄປຊື້ອາຫານເພື່ອກັກຕຸນ.
ຂ່າວ: ວຽງຈັນທາຍ
ພາບ: ສົມພາວັນ