ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວເມື່ອວັນທີ 28 ເມສາ 2021 ນີ້ໃຫ້ຮູ້ວ່າ: ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ເຖິງ 93 ຄົນ ໃນວັນທີ 28 ເມສາ 2021 ນີ້ ຈາກຜູ້ທີ່ເຂົ້າມາກວດຫາເຊື້ອທັງໝົດ 3.055 ຄົນໃນມື້ວັນທີ 27 ເມສາ 2021 ທີ່ ຜ່ານມາ ຊຶ່ງຈໍານວນຜູ້ຕິດເຊື້ອເພີ່ມຂຶ້ນ 18 ຄົນຖ້າທຽບກັບມື້ວັນທີ 27 ເມສາ 2021 ທີ່ຜ່ານມາ.
ຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ພົບໃໝ່ໃນມື້ນີ້ຢູ່ນະຄອນຫຼວງວຽງຈັນ 75 ຄົນ, ແຂວງຈໍາປາສັກ 11 ຄົນ, ສະຫວັນນະເຂດ 3 ຄົນ ແລະ ຫຼວງພະບາງ 4 ຄົນ. ຮອດປັດຈຸບັນນີ້, ປະເທດລາວມີຜູ້ຕິດເຊື້ອສະສົມແລ້ວ 604 ຄົນ ໃນນີ້ປິ່ນປົວຫາຍດີ 50 ຄົນ.
ຄະນະສະເພາະກິດໃຫ້ຮູ້ຕື່ມວ່າ: ຜູ້ຕິດເຊື້ອພະຍາດທີ່ຍັງນອນປິ່ນປົວຢູ່ໂຮງໝໍມີທັງໝົດ 554 ຄົນ ໃນນີ້ຢູ່ນະຄອນຫຼວງວຽງຈັນ 405 ຄົນ, ຈໍາປາສັກ 81 ຄົນ, ສະຫວັນນະເຂດ 22 ຄົນ, ແຂວງວຽງຈັນ 7 ຄົນ, ບໍ່ແກ້ວ 14 ຄົນ, ສາລະວັນ 6 ຄົນ, ອຸດົມໄຊ 2 ຄົນ, ຫຼວງພະບາງ 6 ຄົນ, ຜົ້ງສາລີ 2 ຄົນ ຫຼວງນໍ້າທາ 4 ຄົນ, ໄຊຍະບູລີ 1ຄົນ, ບໍລິຄໍາໄຊ 2 ຄົນ, ຄໍາມ່ວນ 1 ຄົນ, ເຊກອງ 1 ຄົນ (ນອນປິ່ນປົວຢູ່ໂຮງໝໍແຂວງ ຈໍາປາສັກ) ແລະ ແຂວງ ຊຽງຂວາງ 1 ຄົນ.


