Vientiane Times Lao
ລາວຈະປັບປຸງອັນດັບການ ຍາກ-ງ່າຍໃນການເລີ່ມຕົ້ນທຸລະກິດໃຫ້ເຫືຼອສອງຕົວເລກ

ລາວຈະປັບປຸງອັນດັບການ ຍາກ-ງ່າຍໃນການເລີ່ມຕົ້ນທຸລະກິດໃຫ້ເຫືຼອສອງຕົວເລກ

ສ​ປ​ປ ລາວ ຄາດວ່າຈະປັບປຸງອັນດັບໃນການເລີ່ມຕົ້ນທຸລະກິດ ໃຫ້ເຫືຼອສອງຕົວເລກ ໃນປີໜ້າ ຫຼັງຈາກປີນີ້ຖືກຈັດເປັນອັນດັບ 181 ຂອງການເລີ່ມຕົ້ນທຸລະກິດ ຈາກ190 ເສດຖະກິດທົ່ວໂລກ,ຕົກລົງ 1 ອັນ ດັບຈາກປີ 2019.

ທ່ານ ສົມພວງ ພຽນພິນິດ,ຫົວຫນ້າ ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວລະຫວ່າງກອງປະຊຸມເຜີຍແຜ່ຄວາມຄືບໜ້າໃນການປັບປຸງຂັ້ນຕອນການເລີ່ມຕົ້ນທຸລະກິດ ໃນວັນທີ 21 ກຸມພາ ທີ່ ນະຄອນຫຼວງວຽງຈັນ ວ່າ: ສ​ປ​ປ ລາວ ໄດ້ປັບປຸງຫຼາຍຂອດ ທີ່ເປັນອຸປະສັກ ໃນການເລີ່ມຕົ້ນທຸລະກິດ ຕາມຄຳສັ່ງນາຍົກລັດຖະມົນຕີ ເລກທີ 02/ນຍ ເລີ່ມແຕ່ທ້າຍປີ 2018 ເປັນຕົ້ນມາ, ເຊີ່ງຂອດການເລີ່ມຕົ້ນທຸລະກິດແມ່ນປັບປຸງຈາກ 10 ຂອດເຫຼືອພຽງ 3 ຂອດ (ບໍ່ກວມຂອດອະນຸຍາດ) ແລະ ຫຼຸດເວລາລົງຈາກ ປະມານ 7ເທົ່າຕົວ ຈາກ 178 ວັນ ໂດຍສະເລ່ຍ ເຫຼືອພຽງ ບໍ່ເກີນ30 ວັນ.

ສ່ວນສາເຫດທີ່ ສ​ປ​ປ ລາວ ຍັງຈັດຢຸ່ໃນ ອັນດັບທ້າຍໆ ແມ່ນຍ້ອນບາງບໍລິສັດ ຫຼື ຫົວໜ່ວຍທຸລະກິດ ຍັງເຂົ້າໃຈວ່າ ໃບທະບຽນວິສາຫະກິດ ແລະ ໃບອະນຸຍາດດຳເນີນທຸລະກິດແມ່ນອັນດຽວກັນ ເຮັດໃຫ້ ພາກສ່ວນກ່ຽວຂ້ອງ ໃຫ້ຄະແນນການເລີ່ມຕົ້ນທຸລະກິດໃນລາວຕ່ຳ.

 ຂ່າວ: ສຸກສະໄຫມ

ພາບ: ສຸກສະໄຫມ

Related Articles

Leave a Reply