ລັດຖະບານ ແຫ່ງ ສປປ ລາວ ຄາດວ່າ ຈະຜະ ລິດເຂົ້າໄດ້ພຽງແຕ່ 3,5 ລ້ານໂຕນ, ເຊິ່ງຕໍ່າກວ່າ ຕົວເລກ ທີ່ສະພາແຫ່ງຊາດໄດ້ຮັບຮອງ 4,4 ລ້ານໂຕນ.
ຜົນຜະລິດລຸດລົງຕໍ່າກົ່ວແຜນການນີ້ໄດ້ສ້າງ ຄວາມກັງວົນໃຫ້ຜູ້ບໍລິໂພກ ເນື່ອງຈາກວ່າເຂົາ ເຈົ້າຈະຕ້ອງແບກຫາບຄ່າໃຊ້ຈ່າຍຊື້ເຂົ້າແພງຂຶ້ນ ໃນປີ 2020. ນອກຈາກນັ້ນ, ບັນຫານີ້ ຄາດວ່າ ຈະສ້າງຄວາມຫຍຸ້ງຫຍາກໃຫ້ພາກລັດຫຼາຍພໍສົມຄວນ ໂດຍສະເພາະການຄວາມຄຸມລາຄາສິນຄ້າ ແລະ ຈັດສັນງົບປະມານ ເພື່ອກະກຽມແຊກ ແຊງລາຄາເຂົ້າ ຖ້າມີການໜັງຕີງສູງກວ່າເພດານ ທີ່ກຳນົດໄວ້.
ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນ ຕີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງ ທຶນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໃນ ບໍ່ດົນຜ່ານມານີ້ວ່າ: ມີຫຼາຍສາຍເຫດເຮັດ ຜົນຜະລິດ ບໍ່ບັນລຸຕາມເປົ້າໝາຍທີ່ກຳນົດໄວ້ ເຊັ່ນ: ການຟື້ນຟູລະບົບຊົນລະປະທານ ທີ່ຖືກ ກະທົບຈາກໄພນໍ້າຖ້ວມໃນ ປີ 2018 ຍັງບໍ່ທັນ ສໍາເລັດໝົດຈົນເຖິງປະຈຸບັນ. ປະຊາຊົນຈໍານວນໜຶ່ງ ຫັນໄປປູກພືດຊະນິດ ອື່ນທີ່ມີກຳໄລດີແທນການປູກເຂົ້າ, ບາງຂົງເຂດ ຂາດແຮງງານ ຍ້ອນການຫຼັ່ງໄຫຼເຂົ້າມາຊອກ ວຽກເຮັດງານທຳຢູ່ໃນຕົວເມືອງ, ໄພແລ້ງໃນ ໄລຍະຕົ້ນປີ ແລະ ທ້າຍປີ ລວມໄປເຖິງການ ລະບາດຂອງສັດຕູພືດ ແລະ ໄພນໍ້າຖ້ວມ ກໍ່ເປັນສາຍເຫດເຮັດໃຫ້ການຜະລິດ ຕໍ່າກ່ວາແຜນການທີ່ວາງໄວ້.
ເນື້້ອທີ່ນາປີ ຖືກກະທົບຈາກໄພນໍ້າຖ້ວມ ມີຈຳນວນທັງໝົດເກືອບ 172.000 ເຮັກຕາ. ໃນນີ້ ມີປະມານ 105.200 ເຮັກຕາ ແມ່ນ ເສຍຫາຍທັງໝົດ, ເຊິ່ງກວມເອົາ 13,63% ຂອງເນື້ອທີ່ນາປີ ທົ່ວປະເທດ.
ການຫລຸດລົງຂອງຜົນຜະລິດດັ່ງກ່າວ ຈະສົ່ງຜົນ ກະທົບຕໍ່ລາເຂົ້າຢູ່ຕະຫຼາດໃນປີໜ້າ ເນື່ອງຈາກ ວ່າການສະໜອງອາດຈະບໍ່ພຽງພໍກັບຄວາມຕ້ອງການ.
ປີນີ້ ລາເຂົ້າຢູ່ໃນ ສປປ ລາວ ມີການເໜັງຕີງຫຼາຍ ໂດຍສະເພາະ ຢູ່ຕະຫຼາດຕ່າງໆ ຂອງນະຄອນ ຫຼວງວຽງຈັນ ແລະ ແຂວງ ບໍລິຄຳໄຊ ນັບແຕ່ ເດືອນມີຖຸນາ ເຖິງປະຈຸບັນນີ້. ບັນດາຜູ້ປະກອບການໂຮງສີເຂົ້າ ພົບຄວາມ ຫຍຸ້ງຫຍາກໃນການຊອກຊື້ເຂົ້າ ເພາະມີການ ແຂ່ງຂັນສູງ ແຕ່ການສະໜອງຄວາມຕ້ອງການ ບໍ່ພຽງພໍ.
ໃນເດືອນກັນຍາ ຜ່ານມານີ້ ລັດຖະບານ ໄດ້ດໍາ ເນີນມາດຕະການແຊກແຊງລາຄາເຂົ້າ ປະເພດ ລະດັບບີ (Grade B) ເນຶ່ອງຈາກລາຄາຂຶ້ນສູງ ເກີນກ່ວາເພດານທີ່ກໍານົດໄວ້ 20% ໂດຍສະ ໜອງເຂົ້າຈາກຄັງແຮຈຳນວນໜຶ່ງ ຂາຍໃຫ້ຜູ້ບໍລິ ໂພກ ຢູ່ຕາມຕະຫຼາດຕ່າງໆ ໃນລາຄາຖືກ. ມາດຕະການດັ່ງກ່າວ ໄດ້ຖືກຈັດຕັ້ງປະຕິບັດ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງ ບໍລິຄໍາໄຊ.
ບໍລິສັດ ໂຮມໄຊ ການກະເສດ ຂາອອກ-ຂາເຂົ້າ ແລະ ບໍລິການຈຳກັດ ຜູ້ດຽວ ຢູ່ ສປປ ລາວ ໄດ້ເຫັນກາລະໂອກາດການດໍາເນີນທຸລະກິດຈຳໜ່າຍເຂົ້າ ໃນອະນາຄົດ. ດັ່ງນັ້ນ, ບໍລິສັດດັ່ງ ກ່າວຈຶ່ງຮ່ວມມື ກັບບໍລິສັດ ສະຫຍາມ ມ້າທອງ ຈຳກັດ ແຫ່ງປະເທດໄທ ເພື່ອສັ່ງຊື້ເຂົ້າສານຈຳ ນວນຢ່າງໜ້ອຍ10 ລ້ານໂຕນ ໃນໄລຍະເວລາ 8 ປີ ນັບແຕ່ ເດືອນມັງກອນ ເປັນຕົ້ນໄປ ເພື່ອສະໜອງໃຫ້ຕະຫຼາດ ສປປ ລາວ ຈາກ ປະເທດມຽນມາ ໂດຍ ບໍລິສັດ ນາເຣສ໌ ຈຳກັດ ແຫ່ງປະເທດ ມຽນມາ ເປັນຜູ້ສະໜອງໃຫ້.
ຂ່າວ: ວຽງຈັນທາຍ