ລາວໄດ້ກວດ 11 ຄົນທີ່ມີອາການ ແລະ ກໍລະນີສົງໄສທີ່ເປັນທັງຄົນລາວ ແລະ ຄົນຈີນ ແຕ່ພາຍຫຼັງທີ່ກວດ ແລະ ວິເຄາະເຫັນວ່າ 9 ກໍລະນີນັ້ນບໍ່ ແມ່ນການຕິດເຊື້ອພະ ຍາດເອກເສບ ປອດຈຸລະໂລກ ຫຼື ໂຄໂຣນາໄວຣັດທີ່ ກຳລັງລະບາດຢູ່ໃນໂລກປະຈຸບັນນີ້.
ທ່ານ ປອ ດຣ ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາ ລະນະສຸກ ໄດ້ກ່າວວ່າ ຢູ່ໃນພິທີຖະ ແຫຼງຂ່າວຕອນເຊົ້າຂອງມື້ນີ້ 03 ກຸມພາ 2020 ວ່າ ຜົນກວດທັງ 9 ກໍລະນີແມ່ນເປັນຜົນລົບ ຫຼື ວ່າ negative ສະນັ້ນຖືວ່າ ບໍ່ພົບເຊື້ອ ດັ່ງກ່າວ.
ແຕ່ອີກ 2 ກໍລະນີທີ່ຍັງເຫຼືອນັ້ນແມ່ນ ຢູ່ໃນການສົງໄສ ເພາະທັງສອງເປັນ ຄົນຈີນທີ່ມີປະຫວັດພົວພັນກັບຄົນຈີນທີ່ຢູ່ນະຄອນ ອູຮັ້ນ, ແຂວງຫູເປີຍ ສປ ຈີນ ເຊິ່ງເປັນບ່ອນທີ່ມີການ ລະບາດ ໜັກກວ່າໝູ່. ທາງສູນກຳລັງມີການວິເຄາະຕື່ມເພື່ອ ຄວາມແນ່ໃຈ.
ທ່ານ ປອ ດຣ ພອນປະດິດ ຍັງໄດ້ອະ ທິບາຍຕື່ມວ່າ ຫຼາຍຄົນອາດເຂົ້າໃຈວ່າ ວິທະຍາສາດການວິເຄາະວິໄຈ ແລະ ບົ່ງມະຕິພະຍາດດັ່ງກ່າວຂອງວິຊາ ການລາວຈະບໍ່ທັນສະໄໝຄືກັບປະ ເທດເພື່ອນບ້ານ ຫຼື ຫຼາຍປະເທດ ຢູ່ໃນໂລກ, ແຕ່ໃຫ້ເຂົ້າໃຈວ່າວິຊາການ ຂອງລາວກໍ່ສາມາດວິເຄາະ, ວິໄຈ ແລະ ບົ່ງມະຕິໄດ້ໂດຍອຸບປະກອນທີ່ ທັນສະໄໝທຽບເທົ່າປະເທດເພື່ອນ ບ້ານເຊັ່ນກັນ, ເຊິ່ງຈະໃຊ້ເວລາປະ ມານ 3-4 ຊົ່ວໂມງໃນການບົ່ງມະ ຕິພະຍາດດັ່ງກ່າວ.
ທາງສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກຍັງໄດ້ແຈ້ງ ຕື່ມໃຫ້ບັນດາປະຊາຊົນທີ່ມີຂໍ້ສົງໄສ ແລະ ບໍ່ເຂົ້າໃຈຫຍັງກ່ຽວກັບການປ້ອງ ການຕົນເອງ, ການລະບາດ ຫຼື ຈະໄປ ຫາໃຜຖ້າມີກໍລະນີສົງໄສ ແລະ ອື່ນໆ ແມ່ນໃຫ້ໂທເຂົ້າເບີ 166 ໄດ້ຕະຫຼອດ 24 ຊົ່ວໂມງ.
ນັບແຕ່ມື້ນີ້ເປັນຕົ້ນໄປ ເວລາ 16 ໂມງຂອງທຸກໆທາງກະຊວງສາທາລະນະສຸກຈະມີການຖະແຫຼງຂ່າວຄວາມຄືບໜ້າຂອງສະຖານະການ ການກະ ກຽມເຝົ້າລະວັງ ແລະ ມາດຕະການ ຕ່າງໆຕໍ່ກັບພະຍາດເອກເສບປອດຈຸ ລະໂລກ ຫຼື ໂຄໂຣນາໄວຣັດ.
ຂ່າວ: ວຽງຈັນທາຍ
ພາບ: ສຸກນີລັນດອນ