Vientiane Times Lao
ລາວມີຜູ້ຕິດເຊື້ອພະຍາດ COVID-19 ຈໍານວນ 8 ຄົນ

ລາວມີຜູ້ຕິດເຊື້ອພະຍາດ COVID-19 ຈໍານວນ 8 ຄົນ

ລາຍງານຈາກສູນປະຕິບັດງານ ຄະນະສະເພາະກິດ ຄວບຄຸມ COVID-19 ໃນຕອນບ່າຍມື້ນີ້ໃຫ້ຮູ້ວ່າ ປະຈຸບັນມີຜູ້ຕິດເຊື້ອພະຍາດ COVID-19 ເພີ່ມອີກ 2 ຄົນ ຈາກການວິເຄາະຫາເຊື້ອ 58 ກໍລະນີ ໃນວັນທີ 27 ມີນາ ທີ່ຜ່ານມາ. ປະຈຸບັນໄດ້ກວດວິເຄາະຫາເຊື້ອທັງໝົດ 276 ກໍລະນີ ພົບຜູ້ ຕິດເຊື້ອສະສົມທັງໝົດ 8 ຄົນ.

ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນຕອນບ່າຍວັນທີ 28 ມີນາ 2020 ນີ້ວ່າ ມາຮອດປະຈຸບັນ ຢູ່ ສປປ ລາວ ກວດພົບຜູ້ຕິດເຊື້ອພະຍາດ COVID-19 ເພີ່ມອີກ 2 ຄົນ ລວມທັງໃນຜ່ານມາເປັນ 8 ຄົນ.

ຈໍານວນ 2 ຄົນທີ່ພົບໃໝ່ລວມມີ ເພດຍິງ ອາຍຸ 50 ປີ ຢູ່ບ້ານວິຊຸນ ນະຄອນຫຼວງພະບາງ, ເຊິ່ງເປັນເມຍຂອງຜູ້ຕິດເຊື້ອທີ່ເປັນຄົນຂັບລົດໃຫ້ນັກທ່ອງທ່ຽວ ທີ່ລາຍງານໄປກ່ອນໜ້ານີ້ ແລະ ອີກ 1 ຄົນ ແມ່ນ ເພດຊາຍ ອາຍຸ 18 ປີ ຢູ່ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເປັນພະນັກງານບໍລິສັດ DHL, ເຊິ່ງເປັນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ ທີ່ມີອາຊີບເປັນນັກທຸລະກິດ ຢູ່ບ້ານຫ້ວຍຫ້ອມ ເມືອງສີໂຄດຕະບອງ ທີ່ໄດ້ລາຍງານໃນຜ່ານມາ.

ທີມແພດພາກສະໜາມໄດ້ສືບຕໍ່ລົງຄົ້ນຫາຜູ້ສຳຜັດໃກ້ຊິດທັງໝົດ 235 ຄົນ.

ສໍາລັບອາການຂອງຄົນເຈັບທີ່ນອນປິ່ນປົວຕິດຕາມທີ່ໂຮງໝໍທັງໝດົ 8 ຄົນ: 5 ຄົນນອນປິ່ນປົວຢູ່ໂຮງໝໍມິດຕະພາບ ແລະ 3 ຄົນ ປິ່ນປົວຢູ່ໂຮງໝໍແຂວງຫຼວງພະບາງ, ທັງໝົດແມ່ນມີອາການຊົງຕົວຂັ້ນເບົາບາງ ແລະ ໄດ້ຮັບການ ປິ່ນປົວຢ່າງເອົາໃຈໃສ່ຈາກແພດໝໍຕາມຫຼັກວິຊາການ.

ຄະນະສະເພາະກິດໄດ້ໃຫ້ຄໍາແນະນໍາຕໍ່ຜູ້ໃກ້ຊິດ ສໍາພັດກັບບຸກຄົນທີ່ຕິດເຊື້ອ ພະຍາດ COVID-19 ແລະ ຜູ້ທີ່ເດີນທາງມາແຕ່ຕ່າງປະເທດ ລວມທັງຊາວຜູ້ອອກແຮງງານລາວທີ່ໄປເຮັດວຽກຢູ່ໄທທີ່ໄດ້ເດີນທາງກັບລາວ ໃຫ້ປະຕິບັດມາດຕະການແຍກຕົນຢູ່ຈໍາກັດບໍລິເວນໃນສະຖານທີີ່ພັກເຊົາຂອງ​ຕົນ​ເອງ ເປັນເວລາ 14 ວັນຢ່າງເຂັ້ມງວດ ໂດຍບໍ່ໃຫ້ໃກ້ຊິດກັບຄົນອືີ່ນ. ເມື່ອມີອາການຜິດປົກກະຕິແມ່ນໃຫ້ຕິດຕໍ່ຫາສາຍ​ດ່ວນ 166 ຫຼື 020 5406 6777 ເພື່ອຂໍຄໍາແນະນນໍາ.

ທຸກທ່ານ ສາມາດເຂົ້າໄປເບິ່ງຂໍ້ມູນ ແລະ ແຈ້ງການຕ່າງໆ ກ່ຽວກັບພະຍາດ COVID-19 ໄດ້ທີ່ເວັບໄຊທາງການ http://www.covid19.gov.la

ຂ່າວ: ວຽງຈັນທາ​ຍ

ພາບ: ເພັດໂພໄຊ

Related Articles

Leave a Reply