Vientiane Times Lao
ລາວມີແຜນຈະສ້າງເຂື່ອນໄຟຟ້ານໍ້າຂອງຢູ່ຈຸດແຂວງຫຼວງພະບາງ

ລາວມີແຜນຈະສ້າງເຂື່ອນໄຟຟ້ານໍ້າຂອງຢູ່ຈຸດແຂວງຫຼວງພະບາງ

ການສ້າງເຂື່ອນໄຟຟ້ານໍ້າຂອງຢູ່ແຂວງຫຼວງພະບາງ ຄາດວ່າຈະສ້າງສໍາເລັດໃນປີ 2027, ປະຈຸບັນນີ້ໄດ້ສໍາເລັດການສຶກສາບົດວິພາກ ເສດຖະກິດ-ເຕັກນິກ, ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ.

ທ່ານ ຈັນສະແຫວງ ບຸນຍົງ ຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ ໄດ້ກ່າວ ໃນບໍ່ດົນມານີ້ວ່າ: ປະຈຸບັນນີ້ລາວເຮົາໄດ້ກະກຽມທີ່ຈະສ້າງເຂື່ອນພະລັງງານນໍ້າຢູ່ຈຸດແມ່ນໍ້າຂອງ ແຂວງຫຼວງພະບາງ. ໂຄງການດັ່ງກ່າວເປັນໂຄງການທີ່ນອນຢູ່ໃນແຜນພັດທະນາເຂື່ອນຕາມລໍາແມ່ນໍ້າຂອງ, ໂດຍມີທີ່ຕັ້ງຢູ່ຫຼັກກິໂລແມັດທີ 2.036 ກິໂລແມັດ ຈາກປາກແມ່ນໍ້າຂອງ ຫ່າງຈາກນະຄອນຫຼວງພະບາງ ໄປທາງທິດເໜືອ ປະມານ 25 ກິໂລແມັດ ເຊິ່ງຢຸ່ລະຫວ່າງກາງ ໂຄງການພະລັງງານນໍ້າຈຸດປາກແບງ ແລະ ໂຄງການພະລັງງານນໍ້າ ໄຊຍະບູລີ, ເຊິ່ງຈະສ້າງເປັນຮູບແບບຝາຍນໍ້າລົ້ນ, ຄາດວ່າຈະມີກໍາລັງຕິດຕັ້ງສູງສຸດ 1.460 ເມກາວັດ.

ທ່ານ ຈັນສະແຫວງ ໄດ້ກ່າວຕື່ມວ່າ: ໂຄງການນີ້ຈະມີປະຕູລະບາຍນໍ້າລົ້ນ 9 ປ່ອງ, ໃນນີ້ 3 ປ່ອງແມ່ນເພື່ອຊ່ວຍລະບາຍຕະກອນ ຫຼື ສິ່ງເສດເຫຼືອ, ມີທາງເດີນເຮືອ 2 ພັກ ຊຶ່ງຈະສາມາດຮັບນໍ້າໜັກເຮືອໄດ້ 500 ໂຕນ ຕາມມາດຕະຖານຂອງບົດແນະນໍາໃນການສ້າງເຂື່ອນຕາມລໍາແມ່ນໍ້າຂອງສາກົນ ແລະ ມີຊ່ອງຂຶ້ນລົງຂອງສັດນໍ້າຢ່າງສະດວກສະບາຍ. ໂຄງການດັ່ງກ່າວຈະເລີ່ມກະກຽມນັບແຕ່ປີນີ້ ແລະ ຕາມແຜນແມ່ນຈະສ້າງສໍາເລັດໃນປີ 2027.

ຮອດປະຈຸບັນ ລາວມີເຂື່ອນໄຟຟ້າພະລັງງານນໍ້າຕາມລໍາແມ່ນໍ້າຂອງແລ້ວ 3 ແຫ່ງ ຄື: ຢູ່ແຂວງໄຊຍະບູລີ, ແຂວງອຸດົມໄຊ ແລະ ແຂວງຈໍາປາສັກ.

ຂ່າວ: ວຽງຈັນທາຍ

ພາບ ປະກອບ

Related Articles

Leave a Reply