Vientiane Times Lao
ລາວຢືນຢັນເປັນທາງການ: ມີ 2 ຄົນ ຕິດເຊື້ອພະຍາດ COVID-19 ຢູ່ນະຄອນຫຼວງວຽງຈັນ

ລາວຢືນຢັນເປັນທາງການ: ມີ 2 ຄົນ ຕິດເຊື້ອພະຍາດ COVID-19 ຢູ່ນະຄອນຫຼວງວຽງຈັນ

ຄະນະສະເພາະກິດໄດ້ຖະແຫຼງຂ່າວຕອນບ່າຍມື້ວັນທີ 24 ມີນາ 2020 ໄດ້ຢືນຢັນວ່າ ມີ 2 ຄົນ ຕິດເຊື້ອຈຸລະໂລກສາຍພັນໃໝ່ 2019 (COVID-19) ຢູ່ນະຄອນຫຼວງວຽງຈັນ.

ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຕາງໜ້າໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ການລະບາດຂອງ COVID-19 ໄດ້ຖະແຫຼງວ່າ 2 ຄົນ ທີ່ຕິດເຊື້ອພະຍາດແມ່ນ ຢູ່ນະຄອນຫຼວງວຽງຈັນ ຜູ້ທີ 1 ແມ່ນ ເພດຍິງອາຍຸ 36 ປີ ເຊິ່ງມີອາຊີບເປັນພະນັກງານນໍາທ່ຽວ. ກ່ອນຜູ້ກ່ຽວຈະຕິດເຊື້ອພະຍາດດັ່ງກ່າວ ແມ່ນໄດ້ນໍາພານັກທ່ອງທ່ຽວຈາກເອີຣົບ ໄປທ່ຽວຢູ່ ວັດຊຽງຄວນ ນະຄອນຫຼວງວຽງຈັນ, ເມືອງວັງວຽງ ແຂວງວຽງຈັນ ແລະ ຫຼາຍສະຖານທີ່ທ່ອງທ່ຽວຢູ່ ແຂວງ ຫຼວງພະບາງ ກ່ອນຈະສົ່ງກຸ່ມນັກທ່ອງທ່ຽວດັ່ງກ່າວ ໄປ ຊຽບລຽບ ປະເທດກໍາປູເຈຍ ໃນວັນທີ 11 ມີນາ 2020. ກຸ່ມດັ່ງກ່າວໄດ້ມາລາວ ໃນວັນທີ 7 ມີນາ ແລະ ໄປກໍາປູເຈຍ ໃນວັນທີ 11 ມີນາ 2020 ຈາກນັ້ນກໍ່ໄດ້ຮັບການລາຍງານ ຈາກກໍາປູເຈຍວ່າ ໃນຈໍານວນກຸ່ມນັກທ່ອງທ່ຽວດັ່ງກ່າວມີຜູ້ຕິດເຊື້ອ COVID-19.

ຜູ້ທີ 2 ແມ່ນ ເພດຊາຍອາຍຸ 28 ປີ ເປັນພະນັກງານຢູ່ໂຮງແຮມ Crowne Plaza Vientiane ເຊິ່ງຜູ້ກ່ຽວມີປະຫັວດໄປປະຊຸມຢູ່ບາງກອກ ປະເທດໄທ ແລະ ພາຍຫຼັງ ກັບມາຈຶ່ງກວດພົບວ່າຜູ້ກ່ຽວຕິດເຊື້ອພະຍາດ COVID-19.

ທັງ 2 ຄົນ ດັ່ງກ່າວ ພາຍຫຼັງ​ໃກ້ຊິດ​ກັບ​ກຸ່ມ​ສ່ຽງ ​ແລະ ກັບມາຈາກປະ​ເທດ​ທີ່​ມີ​ການລະບາດ​ຂອງ COVID-19 ​ເມື່ອ​ມີ​ອາການ​ສົງ​ໄສ ຈຶ່ງ​ໄດ້​ໄປ​ກວດ​ຢູ່ສູນກາງ ​ແລະ ຜົນ​ການກວດ​ຢັ້ງຢືນ​ວ່າ​ຕິດ COVID-19 ໃນເວລາ 21 ໂມງຂອງວັນທີ 23 ມີນາ 2020.

ປະຈຸບັນ ທັງ 2 ຄົນ ແມ່ນໄດ້ຮັບການປິ່ນປົວ ຢູ່ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ ແລະ ປະຈຸບັນທີມງານສາທາລະນະສຸກ ແມ່ນໄດ້ລົງໄປບ່ອນຕ່າງໆ ທີ່ກຸ່ມນັກທ່ອງທ່ຽວ ແລະ 2 ຄົນ ດັ່ງກ່າວໄປ ເພື່ອຕິດຕາມ ແລະ ເຝົ້າລະວັງ-ສະກັດກັ້ນພະຍາດດັ່ງກ່າວ.

ຂ່າວ: ວຽງຈັນທາ

ພາບ: ຄໍາພັນ

Related Articles

Leave a Reply