ລັດຖະບານລາວຈຳເປັນສືບຕໍ່ປະຕິບັດຄຳສັ່ງ15/ນຍ ແລະ ມາດຕະການຕ່າງໆໃນການປ້ອງກັນພະຍາດໂຄວິດ-19 ຕື່ມອີກ 15 ວັນຍ້ອນວ່າຍັງພົບຜູ້ຕິດເຊື້ອພະຍາດດັ່ງກ່າວລາຍວັນ ແລະ ທັງເປັນການປົກປ້ອງຊີວິດ ຂອງປະຊາຊົນບັນດາເຜົ່າ.
ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ ໄດ້ຖະແຫຼງຂ່າວເມື່ອວັນທີ 19 ມິຖຸນາ 2021 ທີ່ຜ່ານມາຢູ່ ສຳນັກງານນາຍົກລັດຖະມົນຕີ ກ່ຽວກັບການສືບຕໍ່ມາດຕະການດັ່ງກ່າວວ່າ: ລັດຖະບານ ຈຳເປັນຕ້ອງໄດ້ສືບຕໍ່ປະຕິບັດບັນດາມາດຕະການທີ່ ໄດ້ລະບຸໃນຄຳສັ່ງ ສະບັບເລກທີ 15/ນຍ, ແລະ ມາດຕະການຕ່າງໆໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ອີກ 15 ວັນເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 20 ມິຖຸນາ ຫາ ເວລາ 24:00 ໂມງ ຂອງວັນທີ 4 ກໍລະກົດ 2021 ຊຶ່ງມາດຕະການສືບຕໍ່ປະຕິບັດປະກອບມີ: ການສືບຕໍ່ເພີ່ມທະວີການຊອກຫາ ຜູ້ຕິດເຊື້ອມາປິ່ນປົວໂດຍມີການສົມທົບກັບອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ກັບຄວາມຮັບຜິດຊອບ ທາງການແພດດ້ວຍທຸກວິທີການເພີ່ມການສັກວັກຊິນໃຫ້ເປົ້າໝາຍຕ່າງໆເທົ່າທີ່ຈະຫຼາຍໄດ້, ສືບຕໍ່ປິດຮ້ານກິນ-ດື່ມ, ຄາຣາໂອເກະ, ສະຖານບັນເທີງ, ຮ້ານສະໜຸກເກີ, ຮ້ານນວດ, ຮ້ານສະປາ, ອິນເຕີເນັດຄາເຟ ແລະ ຮ້ານເກມທຸກປະເພດ ໃນທົ່ວປະເທດ, ສືບຕໍ່ປິດສູນກິລາໃນຮົ່ມທຸກປະເພດ ແລະ ຫ້າມຫຼິ້ນກິລາ ທີ່ຮ່າງກາຍມີການສຳຜັດກັນ ເຊັ່ນ: ບານເຕະ, ຕີມວຍ ແລະ ອື່ນໆ ຢູ່ນະຄອນຫຼວງວຽງຈັນ ຫຼື ແຂວງທີ່ມີການລະບາດໃນຊຸມຊົນ, ສືບຕໍ່ປິດການຮຽນ-ການສອນ ຢູ່ສະຖານການສຶກສາ ທຸກຊັ້ນ ທຸກສາຍ ຢູ່ນະຄອນຫຼວງວຽງຈັນ, ຍົກເວັ້ນ ໂຮງຮຽນ ກິນນອນ, ສືບຕໍ່ປິດບັນດາໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫົວໜ່ວຍຫັດຖະກຳ ຢູ່ ໃນເຂດ ຫຼື ບ້ານທີ່ຖືກກຳນົດເປັນເຂດແດງ, ຍົກເວັ້ນ ໂຮງງານທີ່ພະນັກງານ, ກໍາມະກອນ ໄດ້ສັກວັກຊີນ ຄົບ 02 ເຂັມແລ້ວ, ໂຮງງານທີ່ມີຫໍພັກຂອງແຮງງານ ຢູ່ໃນບໍລິເວນໂຮງງານຂອງຕົນ, ໂຮງງານຜະລິດສິນຄ້າບໍລິໂພກ, ຢາປົວພະຍາດ, ເຄື່ອງປ້ອງກັນການລະບາດ ແລະ ອຸປະກອນການແພດ ແຕ່ໃຫ້ມີການຄຸ້ມຄອງຕາມມາດຕະການປ້ອງກັນ ທີ່ຄະນະສະເພາະກິດ ວາງອອກ ຢ່າງເຂັ້ມງວດ ໃນໄລຍະພັກວຽກນີ້, ໃຫ້ຜູ້ປະກອບ ການຂອງບັນດາໂຮງງານ, ຫົວໜ່ວຍການຜະລິດທີ່ປິດ ມີລະບຽບການໃນການຄຸ້ມຄອງແຮງງານຢູ່ໃຕ້ຄວາມຮັບຜິດຊອບຂອງຕົນ ແລະ ປະສານສົມທົບກັບອົງການກ່ຽວຂ້ອງ ເພື່ອປະຕິບັດນະໂຍບາຍ ສະຫວັດດີການ ໃຫ້ແກ່ແຮງງານເຫຼົ່ານັ້ນ ຖືກຕ້ອງ, ຄົບຖ້ວນ ຕາມລະບຽບການ, ສືບຕໍ່ຫ້າມບຸກຄົນເດີນທາງ ເຂົ້າ-ອອກ ເຂດທີ່ມີການຕິດເຊື້ອ (ເຂດແດງ) ຕາມການກໍານົດ ຂອງຄະນະສະເພາະກິດ ຍົກເວັ້ນ ຜູ້ທີ່ໄດ້ຮັບອະນຸຍາດຈາກອົງການປົກຄອງຂັ້ນທີ່ກ່ຽວຂ້ອງ ດ້ວຍເງື່ອນ ໄຂ ແລະ ເຫດຜົນຈຳເປັນ, ສືບຕໍ່ຫ້າມຈັດງານລ້ຽງສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່, ສືບຕໍ່ໃຫ້ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດບັນດາມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ ເຊື້ອ ດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື.
ຂ່າວ: ວຽງຈັນທາຍ