Vientiane Times Lao
ລາວຮຽກຮ້ອງໃຫ້ຜູ້ປະກອບການທ່ອງທ່ຽວໂຈະການບໍລິການທ່ອງທ່ຽວໄປເຂດທີ່ມີການລະບາດຂອງ COVID-19

ລາວຮຽກຮ້ອງໃຫ້ຜູ້ປະກອບການທ່ອງທ່ຽວໂຈະການບໍລິການທ່ອງທ່ຽວໄປເຂດທີ່ມີການລະບາດຂອງ COVID-19

ທາງການລາວ ໄດ້ຮຽກຮ້ອງໃຫ້ຜູ້ປະກອບການ ທຸລະກິນທ່ອງທ່ຽວ ໃຫ້ໂຈະການບໍລິການນໍາກຸ່ມນັກທ່ອງທ່ຽວ ຈາກ ສປປ ລາວ ໄປເຂດທີ່ມີການລະບາດຂອງພະຍາດອັກເສບປອດສາຍພັນໃໝ່ (COVID-19), ໂດຍສະເພາະ ປະເທດເກົາຫລີໃຕ້.

ການຮຽກຮ້ອງດັ່ງກ່າວແມ່ນສືບເນື່ອງມາຈາກຜູ້ຕິດເຊື້ອພະຍາດດັ່ງກ່າວຢູ່ ເກົາຫລີໃຕ້ ເພີ່ມຂື້ນຢ່າງຫຼວງຫຼາຍ.

ຮສ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວໃນການຖະແຫຼງຂ່າວຕໍ່ສື່ມວນຊົນ ໃນມື້ເຊົ້ານີ້ ວັນທີ 26 ກຸມພາ ວ່າ: ທາງການລາວແມ່ນໄດ້ເອົາໃສ່ ແລະ ມີຄວາມຫ່ວງໃຍ, ຈຶ່ງໄດ້ກຽມອອກໜັງສືແຈ້ງການ ເພື່ອແຈ້ງໃຫ້ບໍລິສັດທ່ອງທ່ຽວໂຈະການນໍາກຸ່ມນັກທ່ອງທ່ຽວເດີນທາງໄປເຂດທີ່ເກີດການລະບາດຂອງພະຍາດ COVID-19.

ພ້ອມດຽວກັນນັ້ນ, ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ໜັງສືແຈ້ງການດັ່ງກ່າວຈະມີຜົນບັງຄັບໃຊ້ ແລະ ມີການເຜີຍແຜ່ຢ່າງເປັນທາງການໃນໄວໆນີ້.

ແຈ້ງການດັ່ງກ່າວຍັງຈະໄດ້ແຈ້ງໃຫ້ສາຍການບິນລາວ ພິຈາລະນາຖ້ຽວບິນຂອງຕົນໄປບັນດາເຂດທີ່ເກີດການລະບາດຂອງ COVID-19.

ລັດວິສາຫະກິດການບິນລາວ ຄາດວ່າຈະໂຈະຊົ່ວຄາວຖ້ຽວບິນ​ ວຽງຈັນ-ເຊອູນ ໃນເດືອນໜ້ານີ້ ເນື່ອງຈາກມີຜູ້ໂດຍສານໜ້ອຍ. ໃນຕົ້ນເດືອນນີ້, ສາຍການບິນລາວກໍ່ໄດ້ໂຈະຊົ່ວຄາວຖ້ຽວບິນໄປຫຼາຍເມືອງຂອງຈີນ.

ຂ່າວ: ວຽງຈັນທາຍ

ພາບ: ສຸກສາຄອນ

Related Articles

Leave a Reply