Vientiane Times Lao
ລາວເຂັ້ມງວດກວດອຸນຫະພູມຮ່າງກາຍຜູ້ໂດຍສານສາຍການບິນ ເພື່ອປ້ອງກັນ COVID-19

ລາວເຂັ້ມງວດກວດອຸນຫະພູມຮ່າງກາຍຜູ້ໂດຍສານສາຍການບິນ ເພື່ອປ້ອງກັນ COVID-19

ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ອອກແຈ້ງ​ການ​ ມື້ນີ້ ວັນທີ 4 ມີນາ 2020 ໃຫ້​ສາຍ​ການບິນ​ສາກົນ ທີ່​ຈະ​ເຂົ້າມາ ສປປ ລາວ ​ໃຫ້​ມີ​ການກວດ​ອຸນຫະພູມ​ຮ່າງກາຍ​ຂອງ​ນັກ​ບິນ, ພະນັກງານບໍລິການ​ເທິງ​ຍົນ ​ແລະ ຜູ້​ໂດຍສານທຸກໆຄົນກ່ອນ​ຂຶ້ນຍົນ.

​ແຈ້ງ​ການ​ໄດ້​ລະບຸ​ວ່າ​: ຖ້າ​ພົບ​ບຸກຄົນ​ໃດ​ມີ​ໄຂ້ ​ແລະ ມີ​ອາການ​ເຂົ້າກັບ​ນິຍາມ​ທີ່​ສົງ​​ໄສ​ວ່າ​ເປັນ​ພະຍາດ ​COVID-19 ແມ່ນໃຫ້ປິ່ນປົວຢູ່ປະເທດຕົ້ນທາງກ່ອນຈົນກວ່າອາການຫາຍດີເປັນປົກກະຕິ ຈຶ່ງສາມາດເດີນທາງເຂົ້າມາ ສປປ ລາວ ໄດ້ ຕາມມາດຕະການຄວບຄຸມຂອງສາກົນວາງອອກ.

ສໍາລັບຜູ້ໂດຍສານເດີນທາງມາຮອດ ສປປ ລາວ ແລ້ວ ແຕ່ກວດວັດແທກອຸນຫະພູມຮ່າງກາຍພົບວ່າມີໄຂ້ ແລະ ມີ​ອາການ​ເຂົ້າກັບ​ນິຍາມ​ທີ່​ສົງ​​ໄສ​ວ່າ​ເປັນ​ພະຍາດ ​COVID-19 ແມ່ນຈະໄດ້ສົ່ງເຂົ້າໂຮງໝໍເພື່ອຕິດຕາມອາການ ແລະ ເກັບຕົວຢ່າງເພື່ອກວດວິເຄາະຊອກຫາເຊື້ອພະຍາດ ​COVID-19 ຕາມມາດຕະການຄວບຄຸມພະຍາດດັ່ງກ່າວຂອງ ສປປ ລາວ.

ສໍາລັບຜູ້ໂດຍສານເດີນທາງມາຮອດ ສປປ ລາວ ແລ້ວ ບໍ່ມີໄຂ້ ແລະ ບໍ່ມີອາການທີ່​ເຂົ້າກັບ​ນິຍາມ​ທີ່​ສົງ​​ໄສ​ວ່າ​ເປັນ​ພະຍາດ ​COVID-19 ແມ່ນຈະໄດ້ແນະນໍາໃຫ້ຕິດຕາມອາການຂອງຕົນເອງ ແລະ ວັດແທກອຸນຫະພູມຮ່າງກາຍຂອງຕົນເອງທຸກມື້ເປັນເວລາ 14 ມື້ເຕັມ, ຖ້າຈໍາເປັນຕ້ອງອອກໄປຕາມສະຖານທີ່ສາທາລະນະ ແມ່ນຕ້ອງໃສ່ຜ້າອັດປາກ-ດັງ.

ຂ່າວ: ວຽງຈັນທາຍ

ພາບ: ເພັດໂພໄຊ 

Related Articles

Leave a Reply