Vientiane Times Lao
ລາວເລັ່ງດຳເນີນເອກະສານທີ່ບໍ່ພໍໃຈຕໍ່ພຶດຕິກຳຂອງປະທານເປຕັງນານາຊາດ

ລາວເລັ່ງດຳເນີນເອກະສານທີ່ບໍ່ພໍໃຈຕໍ່ພຶດຕິກຳຂອງປະທານເປຕັງນານາຊາດ

ສະຫະພັນເປຕັງແຫ່ງຊາດລາວ ກຳລັງລໍຖ້າການຊີ້ນຳຈາກທາງລັດຖະບານ ພາຍຫຼັງທີ່ໄດ້ດໍາເນີນເອກະສານຜ່ານກະຊວງສຶກສາ ແລະ ກິລາ ໄປຫາສຳນັກງານນາຍົກລັດຖະມົນຕີ ຕໍ່ກັບບັນຫາທີ່ ປະທານສະຫະພັນເປຕັງນານາຊາດ ໄດ້ວາງຂັນຮອງຊະນະເລີດຂອງທີມເປຕັງຊຸດຍິງ ທີມຊາດລາວ ລົງໄວ້ແທ່ນຮັບລາງວັນອັນດັບສອງ ຂອງລາຍການແຂ່ງຂັນເປຕັງຊິງແຊັມໂລກ ທີ່ປະເທດກຳປູເຈຍຫວ່າງບໍ່ດົນມານີ້.

ທ່ານ ຄຳຫຼ້າ ວິນໄລທອງ ປະທານ ສະຫະພັນເປຕັງແຫ່ງຊາດລາວ ໄດ້ໃຫ້ສຳພາດໃນມື້ນີ້ ວັນທີ 18 ທັນວາ 2019 ວ່າ: ປະຈຸບັນ ສະຫະພັນເປຕັງແຫ່ງຊາດລາວ ໄດ້ດໍາເນີນເອກະສານ ຮອດສໍານັກງານນາຍົກລັດຖະມົນຕີ ແລະ ກຳລັງຕິດຕາມເອົາເອກະສານດັ່ງກ່າວວ່າ ຈະດຳເນີນການ ກັບພຶດຕິກຳທີ່ບໍ່ເໝາະສົມກັບປະທານສະຫະພັນເປຕັງນານາຊາດ. ຈະສົ່ງເອກະສານໄປອົງການທີ່ກ່ຽວຂ້ອງ ເພື່ອໃຫ້ອະທິບາຍເຫດຜົນວ່າ ເປັນຫຍັງປະທານສະຫະພັນເປຕັງນານາຊາດຈຶ່ງສະແດງພຶດຕິກໍາ ແບບນັ້ນຕໍ່ນັກກິລາເປຕັງຍິງທີມຊາດຂອງພວກເຮົາ ແລະ ຈະຊອກຫາວິທີທາງບໍ່ໃຫ້ເຫດການດັ່ງກ່າວໄດ້ເກີດຂຶ້ນອີກ.

ທ່ານ ຄຳຫຼ້າ ກ່າວຕື່ມອີກວ່າ ສາເຫດ ທີ່ເກີດເຫດການນີ້ ອາດຈະມາຈາກທີມເປ ຕັງຍິງ A ແລະ B ຂອງຝຣັ່ງ ເສຍໃຫ້ທີມເປຕັງຍິງຂອງລາວໃນຮອບຄັດເລືອກ, ສະນັ້ນນີ້ກໍ່ອາດເປັນໜຶ່ງເຫດຜົນທີ່ເຮັດໃຫ້ປະທານສະຫະພັນ ເປຕັງນານາຊາດ ໄດ້ເຮັດແບບນັ້ນ ເຊິ່ງທ່ານ Claude Azema ເປັນຄົນສັນຊາດຝຣັ່ງ.

ພຶດຕິກຳທີ່ບໍ່ເໝາະສົມຂອງປະທານສະຫະພັນເປຕັງນານາຊາດ ທີ່ໄດ້ປະຕິບັດຕໍ່ກັບນັກກິລາທີມຊາດລາວ ແມ່ນ ໃນເວລາມອບລາງວັນໃຫ້ ຮອງແຊ້ມໂລກ ປະເພດທີມຊຸດຍິງ ໃນການແຂ່ງຂັນກິລາເປຕັງຊີງແຊ້ມ ໂລກຄັ້ງທີ 17 ທີ່ປະເທດ ກຳປູເຈຍ ໃນວັນທີ 23 ພະຈິກ 2019, ທີມຊາດລາວ ມີທັງໝົດ 4 ຄົນ ແລະ ບັນດາຄູຝຶກ ໄດ້ຢືນລໍຖ້າການຮັບລາງວັນທີ່ ແທ່ນອັນດັບສອງ ພ້ອມກັບທີມຊາດໄທ ທີ່ໄດ້ແຊ້ມໂລກ ແລະ ທີມເຈົ້າພາບທີ່ໄດ້ອັນດັບສາມ ຂອງການແຂ່ງຂັນດັ່ງກ່າວ. ທ່ານປະທານສະຫະພັນເປຕັງນານາຊາດ Claude Azema ໄດ້ໃຫ້ກຽດຂຶ້ນມາມອບຫຼຽນເງິນໃຫ້ແລ້ວ, ຈາກນັ້ນ ເພິ່ນກໍ່ໄດ້ມອບຂັນ ສາມໜ່ວຍໃຫ້ກັບມືຂອງນັກກິລາຍິງຄົນອື່ນ ແຕ່ເມື່ອມາຮອດ ນາງ ໂບວິລັກ ເທບພະກັນ ນັກກິລາເປຕັງຍິງທີມຊາດລາວຜູ້ສຸດທ້າຍ ທ່ານ Azema ຊໍ້າພັດວາງຂັນ ໄວ້ຢູ່ເທິງພື້ນແທ່ນດັ່ງກ່າວ ເຮັດໃຫ້ມີຫາງສຽງວິພາກວິຈານຫຼາຍໃນສື່ສັງຄົມອອນລາຍ.

ຄະນະນັກກິລາເປຕັງທີມຊາດລາວໄດ້ເຂົ້າຮ່ວມການແຂ່ງຂັນກິລາເປຕັງຊີງແຊ້ມ ໂລກ ຄັ້ງທີ 17 ທີ່ປະເທດ ກຳປູເຈຍ ໃນວັນທີ 17-24 ພະຈິກ 2019 ແລະ ສ້າງຜົນງານໄດ້ເກີນຄາດໝາຍຄື ໄດ້ຮັບລາງວັນຮອງແຊ້ມໂລກ ອັນດັບ 2 ປະເພດ ທີມຊຸດຕີຍິງ, ຮອງແຊ້ມໂລກ ອັນດັບ 2 ປະເພດ ທີມຊຸດເຍົາວະຊົນ ແລະ ຮອງແຊ້ມ ໂລກ ອັນດັບ 2 ປະເພດທີມຊຸດຍິງ.

ຂ່າວ: ບົວຜັນ

ພາບ: ສະຫະພັນເປຕັງແຫ່ງຊາດລາວ

Related Articles

Leave a Reply