ກະຊວງການຕ່າງປະເທດ ຮ່ວມກັບ ກະຊວງສາທາລະນະສຸກ ໄດ້ຈັດການຖະແຫຼງຂ່າວ ຕໍ່ບັນດາທູຕານຸທູດ ປະຈໍາ ສປປ ລາວ ໃນມື້ວັນທີ 5 ມີນາ 2020 ເພື່ອແຈ້ງສະພາບ ແລະ ບັນດາມາດຕະການປ້ອງກັນ, ຄວບຄຸມ ແລະ ໂຕ້ຕອບການລະບາດຂອງພະຍາດ COVID-19 ຂອງລັດຖະບານ, ເຊິ່ງໄດ້ຢືນຢັນວ່າ ມາເຖິງປະຈຸບັນນີ້ ຍັງບໍ່ພົບກໍລະນີຜູ້ຕິດເຊື້ອພະຍາດດັ່ງກ່າວ.
ເຖິງຢ່າງໃດກໍ່ຕາມ ລັດຖະບານແຫ່ງ ສປປ ລາວ ກໍ່ໄດ້ຕິດຕາມຢ່າງໃກ້ຊິດຕໍ່ສະພາບການລະບາດຂອງພະຍາດ COVID-19 ຢູ່ປະເທດຕ່າງໆ ແລະ ໄດ້ມີມາດຕະການຢ່າງເຂັ້ມງວດໃນການປ້ອງກັນ.
ກະຊວງສາທາລະນະສຸກ ແມ່ນສຸມໃສ່ການສະກັດກັດກັ້ນ ແລະ ກັນພະຍາດບໍ່ໃຫ້ແຜ່ຂະຫຍາຍມາລາວ ໂດຍປະຕິບັດຕາມ 9 ມາດຕະການບູລິມະສິດຂອງອົງການອະນາໄມໂລກເປັນຕົ້ນ ການວາງແຜນ ແລະ ການບໍລິຫານກັບກໍລະນີຄົນເຈັບພະຍາດ COVID-19, ການເຝົ້າລະວັງ ແລະ ການປະເມີນຄວາມສ່ຽງ, ດ້ານຫ້ອງທົດລອງວິເຄາະ, ການຄຸ້ມຄອງກໍລະນີ ແລະ ບໍລິການ, ການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ, ມາດຕະການທາງດ້ານສາທາລະນະສຸກທີ່ ບໍ່ແມ່ນການແພດຕໍ່ຊຸມຊົນ, ການສື່ສານໂຄສະນາສຸຂະສຶກສາ, ຈຸດຜ່ານແດນເຂົ້າປະເທດ ແລະ ພາລະທິການ.
ການໂຄສະນາໃຫ້ຄວາມຮູ້ປະຊາຊົນ ແລະ ເປີດສາຍດ່ວນ 166 ເພື່ອໃຫ້ຄວາມຮູ້ ແລະ ຄໍາປຶກສາແກ່ປະຊາຊົນ 24 ຊົ່ວໂມງ ພ້ອມດຽວກັນນັ້ນກໍ່ໄດ້ຍົກລະດັບການເຝົ້າລະວັງໃນທົ່ວປະເທດ, ມີການກວດກັ່ນກອງຢູ່ດ່ານຂາເຂົ້າຢ່າງເຄັ່ງຄັດ ແລະ ມີການກວດວິເຄາະທຸກກໍລະນີສົງໃສ ແລະ ຕິດຕາມທຸກກໍລະນີ ທີ່ມີປະຫວັດໃກ້ຊິດກັບຜູ້ທີ່ຕິດເຊື້ອ ແລະ ເດີນທາງຈາກປະເທດທີ່ມີການລະບາດ.
ຂ່າວ: ວຽງຈັນທາຍ
ພາບ: ສຸກສາຄອນ