ສປປ ລາວ ແລະ ສສ ຫວຽດນາມໄດ້ມີການເຊັນ ສັນຍາ ຮ່ວມມືຫຼາຍວຽກງານເມື່ອມໍ່ໆມານີ້ ຢູ່ ສສ ຫວຽດນາມ ຊຶ່ງປະກອບມີ ການຮ່ວມມືວ່າດ້ວຍ ຍຸດທະສາດຮ່ວມມືສອງຝ່າຍ ລາວ-ຫວຽດນາມ ໃນໄລຍະ 2021-2030, ການຮ່ວມມືສອງຝ່າຍ ລາວ-ຫວຽດນາມ ໄລຍະ 2021-2025, ການຮ່ວມມື ລະຫວ່າງຫ້ອງວ່າການສູນກາງພັກປະຊາຊົນ ປະຕິວັດລາວ ແລະ ຫ້ອງວ່າການສູນກາງພັກກອມມູນິດ ຫວຽດນາມ ໃນໄລຍະ 2021-2025, ການຮ່ວມມື ລະຫວ່າງຄະນະກໍາມະການສູນກາງແນວລາວສ້າງຊາດ ແລະ ຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ ໃນໄລຍະ 2021-2025, ການຮ່ວມມືລະ ຫວ່າງ ກະຊວງແຜນການ ແລະ ການລົງທຶນລາວ ແລະ ກະຊວງແຜນການ ແລະ ການລົງທຶນຂອງຫວຽດນາມ ໃນໄລຍະ 2021-2023, ບົດບັນທຶກການຮ່ວມມື ລະຫວ່າງ ສອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ແລະ ຫວຽດນາມ ໃນໄລຍະ 2021-2025, ແຜນການຮ່ວມມືວັດທະນະທໍາ, ສິລະປະ ແລະ ທ່ອງທ່ຽວ ລະຫວ່າງ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວລາວ ແລະ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃນໄລຍະ 2021-2025 ແລະ ບາງສັນຍາເສດຖະກິດລະຫວ່າງ ວິສາຫະກິດ ລາວ ແລະ ຫວຽດນາມ.
ການເຊັນສັນຍາບັນດາວຽກງານໃນຂົງເຂດດັ່ງກ່າວມີຂຶ້ນ ເນື່ອງໃນໂອກາດທີ່ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ທ່ານ ທອງລຸນ ສີສຸລິດ ແລະ ຄະນະໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມໃນລະຫວ່າງວັນທີ່ 28-29 ມິຖຸນາ 2021 ທີ່ຜ່ານມາ ຕາມການເຊື້ອເຊີນຂອງ ທ່ານ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູ ນິດຫວຽດນາມ ແລະ ທ່ານ ຫງວຽນຊວັນຟຸກ, ປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.
