Vientiane Times Lao
ລາວ-ກຳປູເຈຍ ຮ່ວມມືເພີ່ມທະວີຕ້ານ ແລະ ສະກັດກັ້ນ ອາຊະຍາກໍາຂ້າມຊາດ

ລາວ-ກຳປູເຈຍ ຮ່ວມມືເພີ່ມທະວີຕ້ານ ແລະ ສະກັດກັ້ນ ອາຊະຍາກໍາຂ້າມຊາດ

ອົງການໄອຍະການປະຊາຊົນ ສູງສຸດ ລາວ-ກຳປູເຈຍ ໄດ້ລົງນາມເຊັນບົດບັນທຶກ ສືບຕໍ່ຂະຫຍາຍການຮ່ວມມື ເພີ່ມທະວີຕ້ານ ແລະ ສະກັດກັ້ນ ອາຊະຍາກໍາຂ້າມຊາດ ຂອງ ສອງປະເທດ.

.

ການເຊັນບົດບັນທຶກດັ່ງກ່າວ ມີຂຶ້ນໃນໂອກາດ ທ່ານ ນາງ ເຈຍ ລຽງ ຫົວໜ້າອົງການໄອຍະການສູງສຸດ ປະຈໍາສານສູງສຸດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ  ພ້ອມດ້ວຍຄະນະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະ

ຫວ່າງ ວັນທີ 14-18 ກໍລະກົດ 2025 ນີ້, ຕາມຄໍາເຊີນຂອງ ທ່ານໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ.
ການເຊັນບົດບັນທຶກຄັ້ງນີ້ 2 ຝ່າຍເຫັນດີ ສືບຕໍ່ການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ແລະ ການແລກປ່ຽນຂັ້ນວິຊາການ ສອງປີຕໍ່ຄັ້ງ ໂດຍການຜັດປ່ຽນກັນເປັນເຈົ້າພາບ, ເພື່ອຮັກສາ ແລະ ເພີ່ມທະວີມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫ່ວາງ ອົງການໄອຍະການສອງຝ່າຍ ກໍຄື ເພື່ອທົບທວນການຈັດຕັ້ງປະຕິບັດບົດບັນ ທຶກສະບັບນີ້,ເວັ້ນເສຍແຕ່ໃນກໍລະນີຈໍາເປັນ ອາດຈະມີການແລກປ່ຽນການຢ້ຽມຢາມ ປີລະຄັ້ງ. ຄູ່ພາຄີ ເຫັນດີ ຈັດກອງປະຊຸມ ອົງການໄອຍະການ ລາວ – ກໍາປູເຈຍ ເພື່ອສົ່ງເສີມການຮ່ວມມືຕ້ານ ແລະ ສະກັດກັ້ນ ອາຊະຍາກໍາຂ້າມຊາດ ສອງປີຕໍ່ຄັ້ງ, ໂດຍການຜັດປ່ຽນກັນເປັນເຈົ້າພາບ, ພ້ອມທັງຈັດກອງປະຊຸມຝຶກອົບຮົມອື່ນໆ ເພື່ອແລກປ່ຽນປະສົບການ, ຂໍ້ມູນຂ່າວສານກ່ຽວກັບກົດໜາຍ, ບົດ ຮຽນທີ່ດີ, ບັນຫາທີ່ພົ້ນເດັ່ນໃນປະຈຸບັນ ໃນການຕ້ານ ອາຊະຍາກໍາຂ້າມຊາດທີ່ມີການຈັດຕັ້ງ ແລະ ຫົວຂໍ້ອື່ນໆ ທີ່ຄູ່ພາຄີມີຄວາມສົນໃຈ.
ສອງຝ່າຍ ເຫັນດີ ເພີ່ມທະວີການພົວພັນຮ່ວມມື ໃນວຽກງານຮ່ວມມື ລະຫ່ວາງປະເທດທາງອາຍາ ແລະ ການສົ່ງຜູ້ຮ້າຍຂ້າມແດນ. ຄໍາຮ້ອງຂໍການຮ່ວມມືຈາກສອງຝ່າຍຈະຕ້ອງໄດ້ຮັບການແກ້ໄຂຢ່າງທັນການ ແລະ ມີປະສິດທິພາບ.
ອົງການໄອຍະການປະຊາຊົນ ສູງສຸດ  ຂອງທັງສອງປະເທດຍັງເຫັນດີ ອໍານວຍຄວາມສະດວກໃຫ້ແກ່ ອົງການໄອຍະການທ້ອງຖິ່ນ, ແຂວງທີ່ມີຊາຍແດນຕິດຈອດ ເພື່ອສ້າງ ແລະ ເພີ່ມທະວີສາຍພົວພັນໃຫ້ແໜ້ນແຟ້ນ, ຮັບປະກັນການຊ່ວຍເຫຼືອ ແຈ້ງໃຫ້ກັນຊາບໂດຍໄວ ກ່ຽວກັບການລະເມີດກົດໝາຍ ແລະ ອາຊະຍາກໍາໃນຂອບເຂດສິດອໍານາດຂອງຕົນ, ພ້ອມທັງປຶກສາຫາລືບັນດາມາດຕະການຕ່າງໆ ໃນການແກ້ໄຂສະພາບການດັ່ງກ່າວ ແລະ ສາມາດຈະຂະຫຍາຍກິດຈະກໍາ ການຮ່ວມມືໃນຂອບທີ່ບໍ່ໄດ້ກໍານົດໄວ້ໃນບົດບັນ ທຶກສະບັບນີ້.
ກ່ອນໜ້ານີ້ ອົງການໄອຍະການປະຊາ ຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການສູງສຸດ ແຫ່ງ ຣາຊະອານາຈັກກໍາປູເຈຍ ໄດ້ມີການລົງນາມຮ່ວມກັນໃນລັກສະນະນີ້ມາແລ້ວ ໃນວັນທີ 31 ກໍລະກົດ 2024 ທີ່ນະຄອນຫຼວງ ພະນົມເປັນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ.
ເຊີ່ງ ທ່ານ ທ່ານໄຊຊະນະ ໂຄດພູທອນ ຕີລາຄາສູງຜົນສໍາເລັດ ຂອງການຈັດຕັ້ງປະຕິບັດບົດບັນທຶກດັ່ງກ່າວ ເປັນຢ່າງດີ, ການຈັດກອງປະຊຸມອົງການໄອຍະການ ລາວ-ກໍາປູເຈຍ ຄັ້ງທີ I ວ່າດ້ວຍການຮ່ວມມືໃນການຕ້ານອາຊະຍາກໍາຂ້າມຊາດ ໂດຍສະເພາະ ການຄ້າຂາຍຢາເສບຕິດ ຢ່າງມີປະສິດທິຜົນ ແລະ ບັນຫາອື່ນຈໍານວນໜຶ່ງ ດ້ວຍບັນຍາກາດອັນອົບອຸ່ນ, ສະໜິດສະໜົມ ແລະ ໄມຕີຈິດມິດຕະພາບ, ອັນໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີ ອັນເປັນມູນເຊື້ອ ຂອງສອງປະເທດ ສປປ ລາວ – ຣາຊະອານາຈັກ ກໍາປູເຈຍ.

Related Articles

Leave a Reply