ສປປ ລາວ ຈະເປັນເຈົ້າພາບຈັດງານບຸນການສະແດງລະຄອນໄວໜຸ່ມອາຊຽນ ປີ 2025 (Asian Youth Theatre Festival-AYTF) ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 4-8ທັນວາ ປີ 2025 ທີ່ວິທະຍາໄລສິລະປະແຫ່ງຊາດ ຊຶ່ງຈະມີນັກສະແດງເຂົ້າຮ່ວມທັງໝົດ 30 ທີມ ທີ່ມາຈາກບັນດາປະເທດໃນອາຊຽນ, ປະເທດຍີ່ປຸ່ນ, ເນປານ ແລະ ສິລັງກາ, ຈໍານວນຫຼາຍກວ່າ 150 ຄົນ, ນອກນີ້ກໍຍັງມີບັນດານັກສະແດງໜຸ່ມ, ນັກຮຽນ-ນັກສຶກສາ ຄູ-ອາຈານ ຈາກວິທະຍາໄລ ສິລະປະແຫ່ງຊາດ ແລະ ທີມເຂົ້າໜຽວ, ທີມຝັ່ງລາວ, ທີມດົງໂດກ, ສູນສຸຈິປຸລິ ແລະ ໄວໜຸ່ມ ຈາກພາກສ່ວນຕ່າງໆເຂົ້າຮ່ວມ.
ໃນວັນທີ 20 ຕຸລານີ້ ທີ່ວິທະຍາໄລສິລະປະແຫ່ງຊາດ ໄດ້ມີພິທີຖະແຫຼງຂ່າວງານບຸນດັ່ງກ່າວ ໂດຍມີທ່ານ ລັດຕະນະກອນ ອິນສີຊຽງໃໝ່ ຫົວໜ້າບໍລິສັດເຂົ້າໜຽວ ການສະແດງ, ທ່ານ ແກ້ວວິໄລສັກ ແສນສັກດາ ຮອງຫົວໜ້າພະແນກວັດທະນະທຳ-ການທ່ອງທ່ຽວ ນະຄອນຫຼວງວຽງຈັນ, ທ່ານ ວິລະພັນ ຊາພູວົງ ຜູ້ອຳນວຍການວິທະຍາໄລສິລະປະແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ລັດຕະນະກອນ ອິນສີຊຽງໃໝ່ ໄດ້ກ່າວວ່າ: ຈຸດປະສົງຂອງການຈັດງານໃນຄັ້ງນີ້ ກໍແມ່ນເພື່ອເປັນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດຖະບານ ກໍຄືແຜນພັດທະນາວຽກງານ ວັດທະນະທໍາ ແລະ ການທ່ອງທ່ຽວ ຂອງກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ແລະ ທັງເປັນການສືບຕໍ່ການພົວພັນຮ່ວມມືກັບບັນດາປະເທດໃນຂົງເຂດພາກພື້ນ ແລະ ສາກົນ, ເພື່ອຮຽນຮູ້ ເຕັກນິກ, ວິທະຍາສາດທີ່ທັນສະໄໝ ແລະ ການຮຽນ-ການສອນ ເພື່ອພັດທະນາຂົງເຂດສິລະປະການສະແດງຂອງລາວເຮົາໃຫ້ນັບມື້ນັບພັດທະນາໃຫ້ທຽບທັນສາກົນ, ພ້ອມທັງເສີມຂະຫຍາຍສົ່ງເສີມວຽກງານການຮຽນ-ການສອນ ທາງດ້ານການສະແດງລະຄອນເວທີເພື່ອເຮັດໃຫ້ນັກຮຽນ, ນັກສຶກສາໄດ້ຮັບຮູ້ບົດຮຽນອັນໃໝ່ ໃນການສ້າງສັນບົດລະຄອນເຮັດໃຫ້ໄວໜຸ່ມພວກເຮົາ ຫ່າງໄກຈາກສິ່ງເສບຕິດ ໄດ້ຮັບຮູ້ເຖິງຄວາມຫຼາກຫຼາຍຂອງສິດທິເດັກ, ສິດທິມະນຸດ ແລະ ໄວໜຸ່ມກໍຈະໄດ້ຮຽນຮູ້ວິທີການຂຽນບົດລະຄອນເລື່ອງສັ້ນ, ເລື່ອງຍາວ ຮູ້ນໍາໃຊ້ແສງສີສຽງ, ດົນຕີປະກອບໃນບົດລະຄອນ ແລະ ດ້ານອື່ນໆ.
ພາຍໃນງານຄັ້ງນີ້ ຈະມີບັນດານັກຮຽນ-ນັກສຶກສາ, ໄວໜຸ່ມລາວ ແລະ ຄູ-ອາຈານ ກໍຈະໄດ້ຮຽນຮູ້ບົດຮຽນ ແລະ ປະສົບການໃນການສະແດງໂດຍການແລກປ່ຽນກັບບັນດາປະເທດອາຊຽນ ແລະ ພາກພື້ນ ເພື່ອນໍາໄປຖອດຖອນບົດຮຽນ ແລະ ປັບປຸງວຽກງານການຮຽນ-ການສອນໃນຕໍ່ໜ້າ, ໄດ້ຮຽນຮູ້ໃນການເຮັດວຽກເປັນທີມເພື່ອພັດທະນາຕົນເອງ, ເສີມສ້າງທັກສະດ້ານການສະແດງ ຄວາມຮັບຮູ້ເຂົ້າໃຈ ຂອງການສະແດງລະຄອນເວທີໃຫ້ມີຫຼາຍຮູບຫຼາຍສີຍິ່ງຂຶ້ນ.ພ້ອມນັ້ນ ທາງບໍລິສັດເຂົ້າໜຽວ ການສະແດງ ຍັງໄດ້ຈັດກິດຈະກຳງານແຂ່ງຂັນລະຄອນເວທີ ພາຍໃຕ້ຫົວຂໍ້ ໄວໜຸ່ມສ້າງສັນລະຄອນ ສູ່ສັງຄົມຜາສຸກ ໂດຍໄດ້ດໍາເນີນເປີດຮັບສະໝັກແຕ່ຕົ້ນເດືອນຕຸລາ 2025 ແລະ ຈະປິດຮັບສະມັກ 10 ພະຈິກ 2025 ເງື່ອນໄຂ ອາຍຸ ແຕ່ 12-23 ປີ ບໍ່ຈຳກັດເພດ ຊຶ່ງຜົນການແຂ່ງຂັນຫາກທິມໃດ ໄດ້ຊະນະເລີດຈະໄດ້ຮັບເງິນສົດ 40 ລ້ານກີບ.