ຜູ້ນຳສູງສຸດຂອງສອງພັກ ສອງລັດ ລາວ-ຈີນ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີການແລກປ່ຽນບົດຮຽນດ້ານການປົກຄອງພັກ ແລະ ລັດຖະບານ, ເຊິ່ງເປັນການຍົກລະດັບຄວາມສຳພັນແບບຄູ່ຮ່ວມຊາຕາກຳໃຫ້ກ້າວສູ່ລະດັບໃໝ່.
ເມື່ອບໍ່ດົນມານີ້, ທ່ານນາງ ຟ່າງຮົງ, ເອກອັກຄະລັດຖະທູດຈີນປະຈຳລາວ, ໄດ້ເປີດເຜີຍຕໍ່ສື່ມວນຊົນວ່າ ການຢ້ຽມຢາມຈີນຂອງທ່ານເລຂາທິການໃຫຍ່ ທອງລຸນ ສີສຸລິດ ໃນຕົ້ນເດືອນກັນຍານີ້, ໄດ້ເປັນໂອກາດສຳຄັນທີ່ຜູ້ນຳທັງສອງໄດ້ປຶກສາຫາລືກັນຢ່າງເລິກເຊິ່ງກ່ຽວກັບການກໍ່ສ້າງພັກ ແລະ ການບໍລິຫານລັດ. ທ່ານ ສີຈິ້ນຜິງ ໄດ້ສະແດງຄວາມຍິນດີທີ່ຈະແລກປ່ຽນບົດຮຽນດ້ານການປົກຄອງແບບຮອບດ້ານ ແລະ ເຂັ້ມງວດ ໂດຍສະເພາະປະສົບການໃນການແກ້ໄຂບັນຫາການສໍ້ລາດບັງຫຼວງ ແລະ ການຫຼຸດຜ່ອນຄວາມທຸກຍາກ.
ທ່ານນາງ ຟ່າງຮົງ ຢືນຢັນວ່າ ການແລກປ່ຽນປະສົບການໃນການຫຼຸດຜ່ອນຄວາມທຸກຍາກແມ່ນເນື້ອໃນທີ່ສຳຄັນ, ໂດຍໄດ້ຍົກຕົວຢ່າງຜົນສຳເລັດຂອງຈີນໃນການແກ້ໄຂບັນຫານີ້.
ທ່ານກ່າວວ່າ: “ຂະບວນການຫຼຸດຜ່ອນຄວາມທຸກຍາກຂອງຈີນໄດ້ສະແດງໃຫ້ເຫັນວ່າ, ບັນຫາຄວາມທຸກຍາກຂອງປະເທດທີ່ພວມພັດທະນາແມ່ນສາມາດແກ້ໄຂໄດ້. ນີ້ແມ່ນຄວາມໝາຍທົ່ວໂລກທີ່ຈີນສຳເລັດຜົນໃນການຕໍ່ສູ້ຕ້ານກັບຄວາມທຸກຍາກ.”
ນອກຈາກການເມືອງ, ການຢ້ຽມ ຢາມ ຄັ້ງນີ້ຍັງເປັນການເພີ່ມກຳລັງ ແຮງໃຫ້ແກ່ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ. ທ່ານນາງ ຟ່າງຮົງ ກ່າວໃຫ້ຮູ້ວ່າ ຜູ້ນຳທັງສອງໄດ້ເຫັນດີເປັນເອກະພາບກັນໃນການປະຕິບັດແຜນການດຳເນີນງານ 5 ປີ ສະບັບໃໝ່ ທີ່ໄດ້ລົງນາມໃນເດືອນຕຸລາ 2023 ຢ່າງມີປະສິດທິຜົນ.
ເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນ, ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງກ່ຽວກັບວຽກງານ “ກວດປະຕູດຽວຄັ້ງດຽວ” ຢູ່ດ່ານສາກົນສະຖານີລົດໄຟ ລາວ-ຈີນ, ເຊິ່ງຈະຊ່ວຍຫຼຸດຜ່ອນເວລາໃນການກວດຄົນເຂົ້າ-ອອກເມືອງຢ່າງຫຼວງຫຼາຍ. ນອກຈາກນີ້, ຍັງມີການສຳຫຼວດການຮ່ວມມືໃນຂົງເຂດໃໝ່ໆ ເຊັ່ນ: ປັນຍາປະດິດ, ການນຳທາງດາວທຽມ ແລະ ການແພດ.
ໃນການຖະແຫຼງຂ່າວດັ່ງກ່າວ, ທ່ານນາງ ຟ່າງຮົງ ຍັງໄດ້ກ່າວເຖິງການທີ່ທ່ານ ທອງລຸນ ສີສຸລິດ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຄົບຮອບ 80 ປີແຫ່ງໄຊຊະນະສົງຄາມຕ້ານການຮຸກຮານຂອງຍີ່ປຸ່ນ ແລະ ສົງຄາມໂລກຄັ້ງທີ 2. ການເຂົ້າຮ່ວມນີ້ໄດ້ສະແດງເຖິງຄວາມຕັດສິນໃຈຂອງລາວໃນການຮ່ວມມືກັບປະຊາຄົມໂລກ ເພື່ອປົກປ້ອງສັນຕິພາບ ແລະ ຄວາມຍຸຕິທຳສາກົນ. ພິທີດັ່ງກ່າວໄດ້ເນັ້ນຍໍ້າເຖິງຄຳສັນຍາຂອງຈີນທີ່ຈະເດີນຕາມເສັ້ນທາງການພັດທະນາຢ່າງສັນຕິ ແລະ ຮ່ວມສ້າງອະນາຄົດທີ່ສົດໃສຮ່ວມກັນ.