ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວບາງຕອນສໍາຄັນຂອງວຽກງານສຶກສາ ເນື່ອງໃນໂອກາດວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 59 ປີ (8 ກັນຍາ 1966-8 ກັນຍາ 2025) ວ່າ:
ລັດຖະບານ ແຫ່ງ ສປປ ລາວ ໄດ້ກຳນົດເອົາການສຶກສາ ເປັນວຽກງານໃຈກາງໃນການພັດທະນາຊັບພະຍາກອນມະນຸດ ແລະ ສົ່ງເສີມໃຫ້ພົນລະເມືອງລາວ ແລະ ຜູ້ທີ່ອາໄສຢູ່ ສປປ ລາວ ເຂົ້າເຖິງການສຶກສາທີ່ມີຄຸນນະພາບ, ສະເໝີພາບ ແລະ ເທົ່າທຽມກັນລະຫວ່າງຕົວເມືອງ ແລະ ຊົນນະບົດ.
ແຕ່ເຖິງຢ່າງໃດກໍຕາມ ສປປ ລາວ ຍັງມີປະຊາກອນທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ຜູ້ດ້ອຍໂອກາດຈຳນວນບໍ່ໜ້ອຍທີ່ເຂົ້າເຖິງການສຶກສາໄດ້ຍາກ, ສະພາບການຂາດແຄນຄູສອນ ແລະ ອັດຕາການປະລະຂອງນັກຮຽນໂດຍທົ່ວໄປຍັງສູງ, ຊຶ່ງນີ້ກໍແມ່ນສິ່ງທ້າທາຍອັນໃຫຍ່ຫຼວງຂອງປະເທດພວກເຮົາທີ່ຈະຕ້ອງສຸມໃສ່ວຽກງານການສຶກສາ, ເປັນຕົ້ນ ແມ່ນເພີ່ມການລົງທຶນ ແລະ ນໍາໃຊ້ຊັບພະຍາກອນທີ່ມີຢູ່ ເຖິງແມ່ນວ່າຈະຢູ່ໃນສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ບັນຫາໄພທຳມະຊາດທີ່ເກີດຂຶ້ນຢູ່ຫຼາຍທ້ອງຖິ່ນ.
ຕໍ່ກັບສະພາບການດັ່ງກ່າວນັ້ນ ລັດຖະບານແຫ່ງ ສປປ ລາວ ກໍຄືກະຊວງສຶກສາທິການ ແລະ ກິລາ ຈະສຸມໃສ່ທຸກກຳລັງແຮງ ເພື່ອສ້າງທຸກເງື່ອນໄຂໃຫ້ທຸກຄົນໄດ້ເຂົ້າເຖິງການສຶກສາ, ຂະຫຍາຍການສຶກສາໄປສູ່ເຂດຫ່າງໄກສອກຫຼີກໃຫ້ທົ່ວເຖິງ, ສ້າງທຸກເງື່ອນໄຂໃຫ້ແກ່ຜູ້ຮຽນໃນກຸ່ມເປົ້າໝາຍທີ່ດ້ອຍໂອກາດ, ຜູ້ທຸກຍາກ, ເພດຍິງ, ຊົນເຜົ່າ, ຜູ້ພິການໄດ້ຮັບການສຶກສາທີ່ມີຄຸນນະພາບ, ມີຄວາມສະເໝີພາບ ແລະ ເທົ່າທຽມ.
ໃນແຕ່ລະປີ ອົງການອຸຍແນັດສະໂກ ໄດ້ມີສານເພື່ອໃຫ້ລັດພາຄີໃຫ້ເອົາໃຈໃສ່ໃນການສົ່ງເສີມການຮູ້ໜັງສື, ການສຶກສາເພື່ອການພັດທະນາແບບຍືນຍົງ, ການຮຽນຮູ້ຕະຫຼອດຊີວິດ ແລະ ມີຫົວຂໍ້ຄໍາຂວັນສໍາລັບວັນສາກົນແຫ່ງການຮູ້ໜັງສື, ສຳລັບປີ 2025 ໄດ້ກໍານົດຄໍາຂວັນ ດັ່ງນີ້: “ການສົ່ງເສີມການຮູ້ໜັງສືໃນຍຸກດິຈິຕອນ (Promoting Literacy in the Digital Era)” ການຮູ້ໜັງສືໃນຍຸກດິຈິຕອນ ແມ່ນມີຄວາມສຳຄັນ ແລະ ເປັນໃຈກາງ ໃນການກໍ່ສ້າງບຸກຄະລາກອນ ຊຶ່ງປະກອບດ້ວຍຄວາມຮູ້, ຄວາມສາມາດ ແລະ ທັກສະໃນການນຳໃຊ້ດິຈິຕອນ ໃຫ້ມີຄວາມສອດຄ່ອງກັບການປ່ຽນແປງໃນໄລຍະໃໝ່, ເຮັດໃຫ້ສັງຄົມກາຍເປັນສັງຄົມແຫ່ງການຮຽນຮູ້, ແຕ່ໃນຂະນະດຽວກັນນີ້ການຮຽນຮູ້ໜັງສືໃນຍຸກດິຈິຕອນ ມັນໄດ້ປ່ຽນແປງວີທີການຮຽນຮູ້, ການດຳລົງຊີວິດ, ການເຮັດວຽກ ແລະ ການພົວພັນໃນສັງຄົມທັງດ້ານບວກ ແລະ ດ້ານລົບຂຶ້ນກັບທັກສະໃນການນຳໃຊ້ຂອງຄົນເຮົາ, ເຖິງແມ່ນວ່າເຄື່ອງມືດິຈິຕອນ ຈະຊ່ວຍຂະຫຍາຍໂອກາດການຮຽນຮູ້ໃຫ້ແກ່ກຸ່ມໄວໜຸ່ມ ແລະ ຜູ້ໃຫຍ່ຈຳນວນ 739 ລ້ານຄົນທີ່ຂາດທັກສະການຮູ້ໜັງສືຂັ້ນພື້ນຖານ ໃນປີ 2024 ແລະ ເດັກນ້ອຍ 4 ໃນ 10 ຄົນ ທີ່ບໍ່ມີຄວາມສາມາດດ້ານການອ່ານ ແລະ ຍັງມີເດັກນ້ອຍ ແລະ ໄວໜຸ່ມ 272 ລ້ານຄົນ ໄດ້ປະລະການຮຽນໃນປີ 2023 ແຕ່ການປ່ຽນແປງທາງດ້ານດິຈິຕອນນີ້ຍັງສ່ຽງຕໍ່ການກີດກັ້ນທາງດ້ານສັງຄົມ, ຄວາມເປັນສ່ວນຕົວ, ອິດທິພົນທີ່ຖືກແຊກແຊງ, ຈາລິຍະທຳ, ຄວາມສ່ຽງຈາກການບໍລິໂພກຂໍ້ມູນທີ່ບິດເບືອນ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ.
ວັນທີ 8 ກັນຍາ ປີ 2025 ນີ້, ພວກເຮົາຈະສະເຫຼີມສະຫຼອງຄວາມກ້າວໜ້າໃນການຮູ້ໜັງສືໃນລະດັບໂລກ, ລະດັບພາກພື້ນ, ລະດັບຊາດ ແລະ ທ້ອງຖິ່ນ ມັນຈະເປັນໂອກາດທີ່ດີໃນການສະທ້ອນຄືນກ່ຽວກັບຄວາມໝາຍຂອງການຮູ້ໜັງສືໃນຍຸກປັດຈຸບັນ ລວມເຖິງການອອກແບບ, ການບໍລິຫານ ແລະ ການຕິດຕາມປະເມີນຜົນການຮຽນການສອນ ແລະ ນະໂຍບາຍດ້ານການຮຽນຮູ້ໜັງສືໃນຍຸກດິຈິຕອນນີ້; ນອກຈາກການສົ່ງເສີມການຮູ້ໜັງສືໃນຍຸກດິຈິຕອນໃນປີ 2025 ຈະໄດ້ເນັ້ນໃສ່ບັນດານະໂຍບາຍ ແລະ ກິດຈະກຳທີ່ມີປະສິດທິພາບທີ່ສົ່ງເສີມການຮູ້ໜັງສືທີ່ເປັນຜົນປະໂຫຍດຮ່ວມກັນທັງເປັນການກະຕຸ້ນໃຫ້ແກ່ການສ້າງຄວາມເຂັ້ມແຂງ ແລະ ການຫັນປ່ຽນເພື່ອສ້າງສັງຄົມໃຫ້ມີຄວາມຍຸຕິທຳ ແລະ ຍືນຍົງ.