ເນື່ອງໃນໂອກາດວັນທີ 01 ພຶດສະພາ, ວັນກໍາມະກອນ ສາກົນ ທີ່ໄດ້ໝູູນວຽນມາອິກຄັ້ງໜຶ່ງ ຄົບຮອບ 135 ປີ( 1 ພຶດສະພາ 1886 – 1 ພຶດສະພາ 2021), ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ( ຮສສ) ໄດ້ກ່າວຜ່ານສື່ມວນຊົນ ມາຍັງ ພີ່ນ້ອງປະຊາຊົນລາວບັນດາເຜົ່າ ເວົ້າສະເພາະ ແມ່ນຊາວຜູ້ອອກແຮງງານລາວ ໃນຂອບເຂດທົ່ວປະເທດ ວ່າ: ໃນທ່າມກາງທີ່ທົ່ວປະເທດກຳລັງປະເຊີນກັບການລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ໄດ້ແຜ່ລາມເປັນວົງກວ້າງໃນທົ່ວໂລກ, ຂ້າພະເຈົ້າຕາງໜ້າໃຫ້ລັດຖະບານ ຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດແໜ້ນ ແລະ ຄໍາອວຍພອນໄຊອັນປະເສີດ ໄປຍັງບັນດາຊາວຜູ້ອອກແຮງງານໃນທົ່ວປະເທດ ຂໍໃຫ້ທຸກຄົນຈົ່ງມີຄວາມເບີກບານມ່ວນຊື່ນ, ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານຂອງຕົນ ປະກອບສ່ວນຢ່າງຕັ້ງໜ້າເຂົ້້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດເຮົາ ຢ່າງມີຜົນສຳເລັດ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ໃບຄຳ ຂັດທິຍະ ຍັງໄດ້ກ່າວເຖິງຜົນສໍາເລັດກ່ຽວກັບວຽກງານພັດທະນາສີມືແຮງງານ ແລະ ຈັດຫາງານ ໂດຍມີເນື້ອໃນສໍາຄັນບາງຕອນວ່າ: ສໍາລັບ ຂະແໜງ ພັດທະນາສີມືແຮງງານ ແລະ ຈັດຫາງານ ໄດ້ເອົາໃຈໃສ່ເປັນຢ່າງດີໃນການປະສານງານ ແລະ ພົວພັນກັບບັນດາຂະແໜງການທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ເພື່ອ ສ້າງຄວາມເຂັ້ມແຂງໃຫ້ແກ່ຊາວຜູ້ອອກແຮງງານ ເພື່ອ ຊ່ວຍສ້າງໂອກາດມີວຽກເຮັດງານທໍາ, ມີລາຍໄດ້ ທີ່ສົມເຫດສົມຜົນ ແລະ ເປັນທຳ, ທັງຊ່ວຍຍົກສູງຄຸນນະພາບຂອງງານ ແລະ ຜະລິດຕະພາບຂອງການເຮັດວຽກ, ສ້າງໂອກາດແກ່ງແຍ້ງແຂ່ງຂັນ ກັບຕະຫຼາດແຮງງານໃນພາກພື້ນ ແລະ ສາກົນ ເຊິ່ງມັນສະແດງອອກໃນ ຜົນການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ ໃນໄລຍະແຜນການ 5 ປິ ( 2016 – 2020) ດັ່ງນີ້:
ດ້ານການຈັດຫາວຽກເຮັດງານທຳ ໄດ້ຊຸກຍູ້, ສົ່ງເສີມ ແລະ ປະສານສົມທົບໃນການສະໜອງແຮງງານເຂົ້າສູ່ຕະຫຼາດແຮງງານພາຍໃນ ແລະ ຕ່າງປະເທດໄດ້ທັງໝົດ 559.533 ຄົນ, ຍິງ 243.120 ຄົນ, ໄດ້ຂຶ້ນທະບຽນອອກບັດໃໝ່ ແລະ ຕໍ່ບັດອະນຸຍາດເຮັດວຽກໃຫ້ແຮງງານຕ່າງປະເທດໄດ້ທັງໝົດ 134.288 ຄົນ, ຍິງ 21.195 ຄົນ, ໃນນີ້ ອອກບັດໃໝ່ 86.714 ຄົນ, ຍິງ 13.308 ຄົນ ແລະ ຕໍ່ບັດອະນຸຍາດເຮັດວຽກ 47.574 ຄົນ, ຍິງ 7.887 ຄົນ ຊຶ່ງປະຈຸບັນມີ 16 ແຫ່ງ ໃນ 16 ແຂວງ, ສູນບໍລິການຈັດຫາງານ 01 ແຫ່ງ, ມີບໍລິສັດຈັດຫາງານພາຍໃນ ແລະ ສົ່ງໄປຕ່າງປະເທດ ລວມທັງໝົດມີ 34 ບໍລິສັດ.
ສໍາລັບ ດ້ານການພັດທະນາສີມືແຮງງານ, ຝຶກ ແລະ ພັດທະນາສີມືແຮງງານ ໄດ້ທັງໝົດ ຈໍານວນ 419.264 ຄົນ, ຍິງ 184.556 ຄົນ ໃນຂະແໜງກະສິກໍາ-ປ່າໄມ້, ອຸດສາຫະກໍາ ແລະ ບໍລິການ. ທົດສອບ ແລະ ອອກໃບຢັ້ງຢືນສີມືແຮງງານຕາມມາດຕະຖານສີມືແຮງງານແຫ່ງຊາດ ໃນຂະແໜງກະສິກໍາ, ອຸດສາຫະກໍາ ແລະ ຂະແໜງບໍລິການ ຈໍານວນ 9.582 ຄົນ, ຍິງ 3.147 ຄົນ.
ພ້ອມກັນນັ້ນ ຍັງໄດ້ຕິດຕາມ ແລະ ຊ່ວຍເຫຼືອແຮງງານລາວທີ່ເດີນທາງກັບຄືນປະເທດຍ້ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍການແຕ່ງຕັ້ງຄະນະຮັບຜິດຊອບໄປປະຈໍາຢູ່ດ່ານເພື່ອຊ່ວຍເຫຼືອຕ່າງໆພາຍໃນປະເທດ ລວມທັງຝຶກອົບຮົມການເຄື່ອນຍ້າຍແຮງງານແບບປອດໄພ ແລະ ການປ້ອງກັນຕົນເອງຈາກພະຍາດໂຄວິດ-19 ໃຫ້ອົງການປົກຄອງຂັ້ນແຂວງ, ເມືອງ ແລະ ບ້ານ ຈາກຂະແໜງ ຮສສ ແລະ ປກສ.
ທ້າຍສຸດ ທ່ານ ຍັງໄດ້ຂໍຮຽກຮ້ອງມາຍັງນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ, ບັນດາຂະແໜງການທີ່ກ່ຽວຂ້ອງ ຈົ່ງພ້ອມກັນເອົາໃຈໃສ່ໃນການໂຄສະນາເຜີຍແຜ່ນິຕິກຳດ້ານແຮງງານ ເພື່ອໃຫ້ຜູ້ໃຊ້ແຮງງານ, ຜູ້ອອກແຮງງານ ແລະ ສັງຄົມ ຮັບຮູ້ ສິດ ແລະ ພັນທະຂອງຕົນເອງ ເພື່ອຮູ້ປົກປ້ອງຕົນເອງຈາກການເຮັດວຽກ, ຮັກສາສະເຖຍລະພາບໃນການອອກແຮງງານ, ເຮັດວຽກໃຫ້ມີປະ ສິດທິພາບ, ຍົກສູງຜົນຜະລິດ, ເພີ່ມການສົ່ງອອກໃຫ້ໄດ້ຫຼາຍຂຶ້ນ ແລະ ເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ເຮັດໃຫ້ປະເທດຊາດຫຼຸດພົ້ນອອກຈາກປະເທດທີ່ດ້ອຍພັດທະນາ ຕາມແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານວາງອອກ.
ຂ່າວ: ຮສສ


