Vientiane Times Lao
ລາວ-ຢຸນໜານ ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດໂຄງການທີ່ລັດຖະບານທັງສອງຝ່າຍ ໄດ້ຕົກລົງແລ້ວ ໃຫ້ສຳເລັດຕາມແຜນການ

ລາວ-ຢຸນໜານ ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດໂຄງການທີ່ລັດຖະບານທັງສອງຝ່າຍ ໄດ້ຕົກລົງແລ້ວ ໃຫ້ສຳເລັດຕາມແຜນການ

ສປປ ລາວ ແລະ ແຂວງຢຸນໜານ ສປ ຈີນ ຮ່ວມມືສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດໂຄງການທີ່ລັດຖະບານທັງສອງຝ່າຍ ໄດ້ຕົກລົງແລ້ວ ໃຫ້ສຳເລັດຕາມແຜນການ ເປັນຕົ້ນ: ຮ່ວມກັນວາງແຜນ ແລະ ນຳໃຊ້ໂຄງການທາງລົດໄຟ ລາວ-ຈີນ ໃຫ້ເກີດປະໂຫຍດສູງສຸດ, ຍົກລະດັບດ່ານຊາຍແດນຕ່າງໆ ໃຫ້ມີຄວາມສະດວກໃນການເຂົ້າ-ອອກຂອງຄົນ ແລະ ສິນຄ້າ; ຊ່ວຍຊຸກຍູ້ພິຈາລະນາອະນຸມັດໃຫ້ໂຄງການກໍ່ສ້າງທາງດ່ວນ ແຕ່ບໍ່ເຕັນ ຫາ ນະຄອນຫຼວງວຽງຈັນ ແນໃສ່ໃຫ້ສາມາດເປີດນຳໃຊ້ໃນປີ 2030; ສືບຕໍ່ປະຕິບັດແຜນພັດທະນາ ທີ່ປິ່ນອ້ອມທາງລົດໄຟ; ການປະຕິບັດໂຄງການຊ່ວຍເຫຼືອລ້າ; ຊຸກຍູ້ສົ່ງເສີມໃຫ້ນັກທຸລະກິດ-ນັກລົງທຶນ, ປະຊາຊົນຈີນ ກໍຄື ປະຊາຊົນແຂວງຢຸນໜານ ເຂົ້າມາລົງທຶນ ແລະ ທ່ອງທ່ຽວ ສປປ ລາວ ໃຫ້ນັບມື້ຫຼາຍຂຶ້ນ.

ເມື່ອວັນທີ 24 ກັນຍາ 2025 ຜ່ານມານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ສີ ຫ້າວ ຮອງເຈົ້າແຂວງ ຢຸນໜານ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 23-26 ກັນຍາ 2025.

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງທ່ານ ສີ ຫ້າວ ພ້ອມດ້ວຍຄະນະ ໃນຄັ້ງນີ້, ພ້ອມທັງ ສະແດງຄວາມຊົມເຊີຍຕໍ່ກັບການໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງ ຮອງເຈົ້າແຂວງຢຸນໜານ ໃນເດືອນກຸມພາທີ່ຜ່ານມາ.

ພ້ອມນັ້ນ, ຍັງຕີລາຄາສູງ ຕໍ່ສາຍພົວພັນ ແລະ ການຮ່ວມມື ລາວ-ຈີນ ໂດຍສະເພາະ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ເວົ້າລວມ, ເວົ້າສະເພາະ ແມ່ນການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບ ແຂວງຢຸນໜານ ໃນຂະແໜງການຕ່າງໆ ເປັນຕົ້ນ ການພັດທະນາໂຄງລ່າງພື້ນຖານຂະໜາດໃຫຍ່, ການສະໜັບສະໜູນຊ່ວຍເຫຼືອພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ ຊຶ່ງໄດ້ນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຈີນ ຢ່າງຫຼວງຫຼາຍ.

ນອກຈາກນັ້ນ, ຍັງໄດ້ສະເໜີໃຫ້ພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ແລະ ແຂວງຢຸນໜານ ຮ່ວມມືສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດໂຄງການທີ່ລັດຖະບານທັງສອງຝ່າຍ ໄດ້ຕົກລົງແລ້ວ ໃຫ້ສຳເລັດຕາມແຜນການ ກ່ຽວກັບໂຄງການທີ່ໄດ້ກ່າວມາຂ້າງເທິງນັ້ນ.

ທີ່ມາ: ກົມປະຊາສໍາພັນ

Related Articles

Leave a Reply