Vientiane Times Lao
ລາວ-ລັດເຊຍ ເພີ່ມທະວີການຮ່ວມມືຂົງເຂດເສດຖະກິດ-ການຄ້າ, ການລົງທຶນ

ລາວ-ລັດເຊຍ ເພີ່ມທະວີການຮ່ວມມືຂົງເຂດເສດຖະກິດ-ການຄ້າ, ການລົງທຶນ

ລາວ ແລະ ລັດເຊຍ ໄດ້ເປັນເອກະພາບກັນກ່ຽວກັບທິດທາງເພື່ອສືບຕໍ່ຊຸກຍູ້ການຮ່ວມມືຂອງບັນດາຂະແໜງການໃຫ້ຫຼາຍຂຶ້ນກ່ວາເກົ່າ, ໃນນັ້ນສຳຄັນແມ່ນຂົງເຂດເສດຖະກິດ-ການຄ້າ ແລະ ການລົງທຶນ.

ພ້ອມກັນນັ້ນ ກໍ່ເພີ່ມທະວີຊຸກຍູ້ການແລກປ່ຽນທາງດ້ານວັດທະນາທຳ-ສັງຄົມ, ການທ່ອງທ່ຽວ ແລະ ການໄປມາຫາສູ່ຂອງປະຊາຊົນສອງຊາດ.

ອີງຕາມແຫຼ່ງຂ່າວຈາກກະຊວງ​ການ​ຕ່າງປະ ເທດ​ໄດ້ລາຍງານໃຫ້ຮູ້ວ່າ: ​ໃນ​ວັນ​ທີ 3-4 ມີນາ 2020 ທີ່ນະຄອນຫຼວງມົດສະກູ ໄດ້​ຈັດກອງ​ປະຊຸມ​​ປຶກສາ​ຫາລື​ດ້ານ​ການ​ເມືອງ ລະຫວ່າງ ກະຊວງ​ການ​ຕ່າງປະ​ເທດລາວ ແລະ ​ລັດເຊຍ, ຊຶ່ງຄະນະຜູ້ແທນ​ຝ່າຍລາວ ນໍາໂດຍ ທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີ​ກະຊວງ​ການ​ຕ່າງປ​ະເທດ ແລະ ຄະນະຜູ້ແທນຝ່າຍລັດເຊຍ ນໍາໂດຍ ທ່ານ ອີກໍຣ ມາກູລົບ (Igor Mogulov) ຮອງລັດຖະມົນຕີ​ກະຊວງ​ການ​ຕ່າງປ​ະເທດ.

ໃນກອງປະຊຸມ​ຄັ້ງ​ນີ້, ສອງຝ່າຍ​ໄດ້ປຶກສາຫາລື ແລະ ລົງເລິກແລກປ່ຽນບັນຫາການພົວພັນຮ່ວມມືສອງຝ່າຍຢ່າງຮອບດ້ານ ແລະ ຕີລາຄາການພົວພັນ ລາວ-ລັດເຊຍ ໃນໄລຍະ ຜ່ານມາ ເຫັນວ່າມີທ່າອ່ຽງຂະຫຍາຍຕົວດີໃນທຸກດ້ານ, ຊຶ່ງໃນນັ້ນອັນພົ້ນເດັ່ນແມ່ນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂອງບັນດາຂະແໜງການຕ່າງໆ, ການຮ່ວມ ມືໃນຂົງເຂດເຕັກນິກການທະຫານ, ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກຢູ່ລາວ, ການສ້າງຊັບພະຍາກອນມະນຸດ, ວຽກງານດ້ານມະນຸດສະທຳ, ດ້ານ​ນິຕິ​ກໍາ, ພະລັງງານ ແລະ ການຮ່ວມມືດ້ານວຽກງານສື່ມວນຊົນ.

ພ້ອມກັນນັ້ນ ຍັງໄດ້ແລກປ່ຽນທັດສະນະຮ່ວມກັນກ່ຽວກັບບັນຫາສາກົນທີ່ພົ້ນເດັ່ນ, ທີ່ຕ່າງຝ່າຍມີຄວາມສົນໃຈໃນຂອບ​ການຮ່ວມມື ອາ​ຊຽນ, ສະຫະປະຊາຊາດ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19. ​

ສອງ​ຝ່າຍເຫັນວ່າ ໃນປີ 2020 ເປັນປີທີ່ມີຄວາມໝາຍສໍາຄັນ ຕໍ່ການພົວພັນຮ່ວມມື ລາວ-ລັດເຊຍ ໂດຍສະເພາະການກະກຽມສະເຫຼີມສະຫຼອງ 60 ປີ ສ້າງຕັ້ງສາຍພົວພັນການທູດ ແລະ ວັນສ້າງຕັ້ງສະມາຄົມມິດຕະພາບ ລັດເຊຍ-ລາວ, ລາວ-ລັດເຊຍ ຄົບຮອບ 55 ປີ, ລວມທັງການກະກຽມເຂົ້າຮ່ວມການສະເຫຼີມສະຫຼອງ 75 ປີ ແຫ່ງໄຊຊະນະປົກປ້ອງປິຕຸພູມ, ຊຶ່ງຈະຈັດຂຶ້ນໃນ ວັນທີ 9 ພຶດສະພາ 2020 ທີ່ນະຄອນຫຼວງມົດສະກູ.

ຂ່າວ: ວຽງຈັນທາຍ

ພາບ: ກະຊວງ​ການ​ຕ່າງປ​ະເທດ ແຫ່ງ ສປປ ລາວ

Related Articles

Leave a Reply