ສປປ ລາວ ໄດ້ຈັດພິທີເອົາທຸງອາຊຽນຂຶ້ນສູ່ຍອດເສົາ ເພື່ອສະເຫຼີມສະຫຼອງຄົບຮອບ 58 ປີ ແຫ່ງການສ້າງຕັ້ງອາຊຽນ (8 ສິງຫາ 1967-8 ສິງຫາ 2025) ແລະ ວັນຄົບຮອບ 28 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23 ກໍລະກົດ 1997-23 ກໍລະກົດ 2025).
ພິທີເອົາທຸງອາຊຽນຂຶ້ນສູ່ຍອດເສົາ ໃນການສະເຫຼີມສະຫຼອງ ຄັ້ງນີ້ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 28 ກໍລະກົດ 2025 ນີ້ ທີ່ກະຊວງການຕ່າງປະເທດ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາລັດຖະມົນຕີຈາກສາມເສົາຄໍ້າປະຊາຄົມອາຊຽນ, ບັນດາຮອງລັດຖະມົນຕີ, ບັນດາເອກອັກຄະລັດຖະທູດປະເທດສະມາຊິກອາຊຽນປະຈໍາ ສປປ ລາວ, ເອກອັກຄະລັດຖະທູດ ຕີມໍແລັດສະເຕ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ກ່າວເຖິງຄວາມໝາຍຄວາມສໍາຄັນຂອງອາຊຽນ ກໍຄືຜົນສໍາເລັດດ້ານຕ່າງໆ ທີ່ອາຊຽນ ຍາດມາໄດ້ຕະຫຼອດໄລຍະ 58 ປີຜ່ານມາ, ໂດຍສະເພາະການຮ່ວມມືພາຍໃນອາຊຽນ ແລະ ການເປີດກວ້າງການຮ່ວມມືກັບພາຍນອກ ໂດຍອາຊຽນເປັນແກນກາງ ທີ່ໄດ້ຮັບຜົນສໍາເລັດເປັນກ້າວໆມາ ຈົນກາຍເປັນປະຊາຄົມອາຊຽນທີ່ມີຄວາມເຂັ້ມແຂງໃນປະຈຸບັນ ແລະ ທັງເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ໃນພາກພື້ນກໍຄືໃນໂລກ ແລະ ພາຍໃນປີນີ້ ອາຊຽນ ຈະໄດ້ຕ້ອນຮັບເອົາ ຕີມໍແລັດສະເຕ ເຂົ້າເປັນສະມາຊິກສົມບູນຂອງອາຊຽນ.
ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ຍົກໃຫ້ເຫັນການປະກອບສ່ວນຢ່າງຕັ້ງໜ້າ ແລະ ເປັນເຈົ້າການສູງ ຂອງ ສປປ ລາວ ໃນວຽກງານອາຊຽນ ນັບແຕ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ໃນປີ 1997 ຊຶ່ງ ສປປ ລາວ ໄດ້ປະຕິບັດພັນທະຕ່າງໆຂອງຕົນ ອັນໄດ້ນໍາເອົາຜົນປະໂຫຍດມາສູ່ປະເທດຊາດ ແລະ ປະຊາຊົນລາວ ແລະ ພ້ອມທີ່ຈະສືບຕໍ່ປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນໃນຕໍ່ໜ້າ ໂດຍຜ່ານການຈັດຕັ້ງຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2045 ແລະ ບັນດາແຜນຍຸດທະສາດຂອງສາມເສົາຄໍ້າປະຊາຄົມອາຊຽນ ແລະ ແຜນຍຸດທະສາດການເຊື່ອມຈອດອາຊຽນ. ໃນປີ 2024 ຜ່ານມາ, ສປປ ລາວ ກໍໄດ້ຮັບກຽດເປັນປະທານອາຊຽນຄັ້ງທີສາມ ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ແລະ ໄດ້ຮັບຜົນສໍາເລັດອັນຈົບງາມ ຊຶ່ງໄດ້ຍົກສູງຖານະບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນໃຫ້ສູງເດັ່ນຂຶ້ນ.
ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ຖືໂອກາດນີ້ ສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ບັນດາກະຊວງຂະແໜງການ, ພາກເອກະຊົນ ແລະ ພໍ່ແມ່ພີ່ນ້ອງປະຊາຊົນລາວ ທົ່ວປະເທດ ທີ່ໄດ້ປະກອບສ່ວນວຽກງານອາຊຽນຢ່າງຕັ້ງໜ້າ ໃນໄລຍະຜ່ານມາ ແລະ ໄດ້ສະແດງຄວາມຂອບໃຈບັນດາປະເທດສະມາຊິກອາຊຽນ, ປະເທດຄູ່ເຈລະຈາຂອງອາຊຽນ ກໍຄືບັນດາຄູ່ຮ່ວມມືພາຍນອກ, ປະເທດເພື່ອນມິດ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນວຽກງານອາຊຽນ ໂດຍສະເພາະການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ໄດ້ຮັບຜົນສໍາເລັດຢ່າງຈົບງາມ.
ພາຍຫຼັງການກ່າວເປີດພິທີດັ່ງກ່າວຢ່າງເປັນທາງການແລ້ວ ໄດ້ມີການບັນເລງເພງຊາດລາວ ແລະ ເພງອາຊຽນ ໂດຍ ກອງດຸລິຍາງ ກອງທັບປະຊາຊົນລາວ ແລະ ເອົາທຸງອາຊຽນ ຂຶ້ນສູ່ຍອດເສົາ ຄຽງຄູ່ກັບທຸງຊາດລາວ.
ທີ່ມາ: ກະຊວງກນຕ່າງປະເທດ