ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025 ນີ້ທີ່ ກົວລາລໍາເປີ, ມາເລເຊຍ.
ໃນການພົບປະ, ທັງສອງທ່ານ ນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ຕ່າງກໍ່ສະແດງຄວາມປິຕິຍິນດີ ທີ່ ໄດ້ພົບປະກັນອີກຄັ້ງໜຶ່ງ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຢູ່ມາເລເຊຍໃນຄັ້ງນີ້, ຊຶ່ງ ເປັນການສະແດງ ໃຫ້ເຫັນຄວາມສາມັກຄີຮັກແພງອັນສະໜິດສະໜົມຖານສະຫາຍອ້າຍນ້ອງກໍ່ຄືສາຍພົວ ພັນແບບພິເສດ ລະຫວ່າງ ສອງປະເທດ ທີ່ມີໜຶ່ງ ບໍ່ມີສອງໃນໂລກນີ້. ພ້ອມກັນນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຕາງໜ້າພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ທ່ານ ຟ້າມ ມິງ ຈິງ ກໍຄືພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ແບ່ງເບົາ ແລະ ສະແດງຄວາມ ເຫັນໃຈ ຕໍ່ກັບສະພາບການນໍ້າຖ້ວມ ຢູ່ ສປປ ລາວ, ພ້ອມທັງສະແດງຄວາມເຫັນໃຈ ແລະ ເສົ້າສະຫຼົດໃຈ ຢ່າງສຸດຊຶ້ງ ຕໍ່ຜົນກະທົບຈາກໄພພິບັດທາງທໍາມະຊາດ ແລະ ພາຍຸ ທີ່ພັດເຂົ້າຫວຽດນາມໃນໄລຍະຜ່ານມາ ຊຶ່ງໄດ້ສ້າງຄວາມເສຍຫາຍແກ່ຊີວິດ ແລະ ຊັບສິນຂອງປະຊາຊົນຫວຽດນາມອ້າຍນ້ອງ ຈຳນວນຫຼາຍຫຼວງ.
ໃນໂອກາດດຽວກັນນີ້, ສອງຝ່າຍ ໄດ້ແລກປ່ຽນຄໍາຄິດເຫັນຕໍ່ການພົວພົນຮ່ວມມືຂອງສອງປະເທດ ໂດຍໄດ້ ສະແດງຄວາມຊົມເຊີຍ ແລະ ເຫັນດີເປັນເອກະພາບຕີລາຄາສູງຕໍ່ຜົນສຳເລັດໃນການຮ່ວມມື ລະຫວ່າງ ສອງປະເທດ ທີ່ສືບຕໍ່ມີການຂະຫຍາຍຕົວ ແລະ ຫຼາຍໂຄງການຮ່ວມມືທີ່ສຳຄັນ ໄດ້ດຳເນີນໄປດ້ວຍຜົນ ສຳເລັດຢ່າງຈົບງາມ. ພ້ອມທັງວາງທິດທາງໃນການຮ່ວມມືກັນໃນຕໍ່ໜ້າ ໂດຍສະເພາະສອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຍຸດທະສາດ ເພື່ອແນໃສ່ການເຊື່ອມ ໂຍງທາງດ້ານພື້ນຖານເສດຖະກິດຂອງສອງປະເທດ ໂດຍຜ່ານການເຊື່ອມໂຍງທາງດ້ານຄົມມະນາຄົມ, ການເຊື່ອມໂຍງທາງດ້ານພະລັງງານ ແລະ ອື່ນໆ. ພ້ອມນີ້, ສອງຝ່າຍ ຍັງໄດ້ປຶກສາຫາລືເພື່ອກະກຽມ ໃຫ້ແກ່ການພົບປະສອງກົມການເມືອງ ທີ່ຈະມີຂຶ້ນໃນໂອກາດທີ່ ການນໍາຂັ້ນສູງຂອງ ສສ. ຫວຽດນາມ ເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 50 ປີ ທີ່ມາເຖິງນີ້, ລວມທັງການກະກຽມໃຫ້ແກ່ກອງປະຊຸມ ຄັ້ງທີ 48 ຂອງຄະນະກຳມະການຮ່ວມມື ລະຫວ່າງ ລັດຖະບານລາວ ແລະ ລັດຖະບານຫວຽດນາມ.
ພິເສດ, ສອງຝ່າຍ ຍັງໄດ້ຕີລາຄາວ່າ ການພົບປະຄັ້ງນີ້ ເຖິງເວລາຈະສັ້ນ ແຕ່ກໍມີເນື້ອໃນອຸດົມສົມບູນ ແລະ ເປັນການສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງປະເທດ ແລະ ໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງຂອງສອງປະເທດ ນຳເອົາຜົນການພົບປະຄັ້ງນີ້ ໄປຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ ແລະ ຫວຽດນາມ ໃຫ້ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາເຂົ້າສູ່ລວງເລິກຍິ່ງໆຂຶ້ນ.
ແຫຼ່ງຂ່າວຈາກ ກະຊວງການຕ່າງປະເທດ


