ລາວ-ຫວຽດນາມ ສືບຕໍ່ຮ່ວມມືຫຼາຍດ້ານ

ລາວ-ຫວຽດນາມ ສືບຕໍ່ຮ່ວມມືຫຼາຍດ້ານ

ພິທີເຊັນບົດບັນທຶກການພົວພັນຮ່ວມມື ໄລຍະປີ 2026-2030 ລະຫວ່າງ ຄະນະຜູ້ແທນຂັ້ນສູງ ແຂວງເຊກອງ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງ ແຂວງກວາງຈິ ສສ ຫວຽດນາມ ໄດ້ມີຂຶ້ນໃນວັນທີ 31 ມີນາ 2026 ຜ່ານມາທີ່ແຂວງເຊກອງ, ຕາງໜ້າເຊັນໂດຍ ທ່ານ ບຸນຫຼາຍ ບຸດທິດ ກຳມະການສູນກາງພັກ, ເລຂາ ຄະນະບໍລິຫານງານພັກແຂວງເຊກອງ ແລະ ທ່ານ ຫງວຽນ ວັນ ເຟືອງ ກຳມະການສູນກາງພັກກອມ ມູນິດ ຫວຽດນາມ, ເລຂາພັກແຂວງກວາງຈິ, ມີທ່ານ ບຸນທະວີ ນະຄອນສິດ ຮອງປະທານຄະນະ ກຳມະການປົກຄອງ ແຂວງເຊກອງ, ທ່ານ ຮວາງ ນາມ ຮອງປະທານຄະນະກຳມະການ ປະຊາຊົນແຂວງກວາງຈິ ພ້ອມດ້ວຍຂະແໜງ ການກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

ໃນພິທີຍັງໄດ້ຮັບຟັງການລາຍງານ, ການຕີລາຄາຄືນ, ຜົນສຳເລັດການພົວພັນຮ່ວມມືຮອບດ້ານ ຂອງທັງ ສອງຝ່າຍ ໃນໄລຍຜ່ານມາ ແລະ ເພື່ອເປັນການສືບຕໍ່ການພົວພັນຮ່ວມມື ແຕ່ນີ້ຮອດປີ 2030 ທັງສອງຝ່າຍ ໄດ້ເປັນເອກະພາບກັນສືບຕໍ່ພົວພັນຮ່ວມມືຫຼາຍດ້ານ ໂດຍສະເພາະ ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະ ແລກປ່ຽນບົດຮຽນໃນຂົງເຂດວຽກງານການກໍ່ສ້າງພັກ, ລະບົບການເມືອງ ໂດຍຜັດປ່ຽນກັນຈັດກອງ ປະຊຸມພົບປະຄະນະຜູ້ແທນລະດັບສູງ ແລະ ຄະນະຜູ້ແທນພະແນກການ, ສ້າງເງື່ອນໄຂໃຫ້ບັນດາອົງການພັກ, ອົງການປົກຄອງ, ອົງການຈັດຕັ້ງມະຫາຊົນ, ພະແນກການ ແລະ ທ້ອງຖິ່ນຂອງທັງສອງຝ່າຍທີ່ໄດ້ຮ່ວມມື, ແລກປ່ຽນບົດຮຽນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ‎ພ້ອມນີ້, ສືບຕໍ່ຊ່ວຍສະໜອງຂໍ້ມູນ, ແນະນໍາໂອກາດ ການຮ່ວມມື, ການລົງທຶນ ນະໂຍບາຍໃຫ້ແກ່ນັກທຸລະກິດຂອງທັງສອງຝ່າຍ, ຜັດປ່ຽນກັນຈັດກອງປະຊຸມ ຮອບວຽນ, ກອງປະຊຸມສໍາມະນາ ເພື່ອສົ່ງເສີມການລົງທຶນ, ການຄ້າ, ອໍານວຍຄວາມສະດວກ ໃນການໂຄສະນາ ຜະລິດຕະພັນທ່າແຮງບົ່ມຊ້ອນ ໃນງານວາງສະແດງສິນຄ້າພາຍໃນ ແລະ ສາກົນ, ສົ່ງເສີມພັດທະນາການທ່ອງທ່ຽວ, ການຂົນສົ່ງທາງບົກ, ສຳຫຼວດທ່າແຮງການທ່ອງທ່ຽວຮ່ວມກັນ, ເຊື່ອມໂຍງການຄົມມະນາຄົມຂອງ ສອງແຂວງ, ສືບຕໍ່ສອງຝ່າຍປະສານງານກັນໃນການຈັດກິດຈະກຳແລກປ່ຽນວັດທະນະທຳ, ແລກປ່ຽນພົບປະ ປະຊາຊົນ, ເພີ່ມພູນຄູນສ້າງຄວາມສາມັກຄີທີ່ແໜ້ນແຟ້ນ, ຍົກສູງຄຸນນະພາບດ້ານຊັບພະຍາກອນມະນຸດ ຂອງສອງແຂວງ ແລະ ຮ່ວມມືສຶກສາຄົ້ນຄວ້າ, ນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີທີ່ທັນສະໄໝ ເພື່ອຫັນໄປສູ່ລະບົບດີຈິຕອນ.

ໂອກາດນີ້, ທ່ານ ຫງວຽນ ວັນ ເຟືອງ ຍັງໄດ້ມອບເງິນຈຳນວນ 500 ລ້ານດົງ ໃຫ້ແຂວງເຊກອງ ເພື່ອຊຸກຍູ້ສົ່ງເສີມເຂົ້າໃນການພັດທະນາແຂວງເຊກອງຕື່ມອີກ.

‎ແຫຼ່ງຂ່າວຈາກ ແຂວງເຊກອງ

Related Articles

Leave a Reply