ການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ AFC U20 Women’s Asian Cup™ Thailand 2026 Qualifiers, ໂດຍມີທັງໝົດ 33 ທີມເຂົ້າຮ່ວມການແຂ່ງຂັນ ແບ່ງອອກເປັນ 8 ກຸ່ມ, ຊຶ່ງທີມເຕະບານຍິງ ຊາດລາວ (ເປັນເຈົ້າພາບ) ຈັດການແຂ່ງຂັນຢູ່ໃນກຸ່ມ H ປະກອບມີ: ສ.ເກົາຫຼີ, ບັງກະລາເທດ ແລະ ຕີມໍ ເລສເຕ.
ການແຂ່ງຂັນຮອບຄັດເລືອກລາຍການນີ້ ຈະຈັດຂຶ້ນໃນລະຫວ່າງ ວັນທີ 2-10 ສິງຫາ 2025 ໂດຍຮູບແບບການແຂ່ງຂັນແມ່ນຄັດເລືອກເອົາອັນດັບ 1 ຂອງ 8 ກຸ່ມ ບວກກັບ ອັບດັບ 2 ທີ່ມີຄະແນນດີທີ່ສຸດ 3 ທີມ ບວກກັບ ໄທ ເຈົ້າພາບ ເຂົ້າຮອບສຸດທ້າຍ ປີ 2026.
ສໍາລັບ ຕາຕະລາງການແຂ່ງຂັນຂອງທີມຊາດລາວ ປະກອບມີ: ວັນທີ 6 ສິງຫາ 2025 ທີມຊາດລາວ ພົບກັບທີມຊາດບັງກະລາເທດ, ວັນທີ 8 ສິງຫາ 2025 ທີມຊາດລາວ ພົບກັບທີມຊາດ ສ ເກົາຫຼີ ແລະ ວັນທີ 10 ສິງຫາ 2025 ທີມຊາດລາວ ພົບກັບທີມຊາດ ຕີມໍ ເລສເຕ, ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະໜາມກິລາແຫ່ງຊາດຫຼັກ16.
ທີ່ມາ: ສຕລ