ພິທີສະເຫຼີມສະຫຼອງຄົບຮອບ 50 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຣາຊະ ອານາຈັກໂຮນລັງ ໄດ້ຈັດຂຶ້ນໃນວັນທີ 17ພະຈິກ 2025 ຜ່ານມານີ້ທີ່ ໂຮງແຮມ ເສດຖາ ປາລາສ, ນະຄອນ ຫຼວງວຽງຈັນ, ໂດຍການເປັນເຈົ້າພາບຮ່ວມຂອງ ທ່ານ ໄມທອງ ທໍາມະວົງສາ, ຮັກສາການລັດຖະມົນຕີ ກະຊວງ ການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ແລມໂກ ຟົງ ໄວຄາເດິນ (Remco VAN WIJNGAARDEN), ເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກໂຮນລັງປະຈຳສປປ ລາວ ທີ່ມີສໍານັກງານຕັ້ງຢູ່ບາງກອກ, ປະເທດໄທ,ຕາງໜ້າລັດຖະບານ ແຫ່ງ ຣາຊະອານາຈັກ ໂຮນລັງ, ມີບັນດາ ທູຕານຸທູດຕ່າງປະເທດ ປະຈໍາ ສປປ ລາວ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆ.
ໃນພິທີທີ່ມີຄວາມໝາຍຄວາມສໍາຄັນນີ້, ທ່ານ ໄມທອງ ທໍາມະວົງສາ ແລະ ທ່ານ ແລມໂກ ຟົງ ໄວຄາເດິນ ໄດ້ໃຫ້ ກຽດກ່າວຄໍາເຫັນ ໂດຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງການພົວພັນຮ່ວມມື ໃນ ໄລຍະ 5 ທົດສະວັດຜ່ານມາ ລະຫວ່າງສອງລັດຖະບານ ກໍ່ຄືປະຊາຊົນ ສອງຊາດລາວ – ໂຮນລັງ. ນັບແຕ່ສ້າງ ຕັ້ງສາຍພົວພັນການທູດຮ່ວມກັນໃນວັນທີ 17ພະຈິກ1975 ເປັນຕົ້ນມາ, ການຮ່ວມມືສອງຝ່າຍໄດ້ເຕີບໃຫຍ່ ຂະຫຍາຍຕົວບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ເຄົາລົບ ແລະ ມີຜົນປະໂຫຍດຮ່ວມກັນ. ພິເສດໃນປີນີ້ລັດຖະມົນຕີກະຊວງການຕ່າງປະເທດ ຂອງທັງສອງປະເທດ ກໍໄດ້ມີການແລກປ່ຽນສານຊົມເຊີຍ ເຊິ່ງກັນ ແລະ ກັນ. ໃນຊຸມປີຜ່ານມາ, ໂຮນລັງໄດ້ສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ທັງໃນຮູບແບບສອງຝ່າຍ ແລະ ຫຼາຍຝ່າຍຊຶ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ກໍຄືໃນຂະແໜງການຕ່າງໆເຊັ່ນ: ຂະແໜງກະສິກຳ – ປ່າໄມ້, ການຄຸ້ມຄອງຊັບພະຍາກອນນ້ຳ, ການສຶກສາ, ສາທາລະນະສຸກ ແລະ ຄວາມໝັ້ນຄົງດ້ານອາຫານ. ນອກນັ້ນ, ໂຮນລັງ ແລະ ສປປ ລາວ ຍັງໄດ້ມີການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ.
ໃນໂອກາດດັ່ງກ່າວ, ທ່ານ ໄມທອງ ທໍາມະວົງສາ ໄດ້ຕາງໜ້າໃຫ້ແກ່ລັດຖະບານ ກໍ່ຄື ປະຊາຊົນ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງ ລັດຖະບານ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກໂຮນລັງ ທີ່ໄດ້ ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນຕະຫຼອດໄລຍະ 50 ປີ ຜ່ານມາ, ຊຶ່ງໄດ້ປະກອບສ່ວນໃນ ການພັດທະນາແບບຍືນຍົງຢູ່ ສປປ ລາວ.
ແຫຼ່ງຂ່າວຈາກ: ກະຊວງການຕ່າງປະເທດ


