Vientiane Times Lao
ລາວ-ໄທ ຮ່ວມມືສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ

ລາວ-ໄທ ຮ່ວມມືສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ

ເຈົ້າໜ້າທີ່ ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ ໄດ້ເຊັນບົດບັນທຶກຮ່ວມກັນ ເພື່ອສືບຕໍ່ການຮ່ວມມືໃນຕໍ່ໜ້າ ແລະ ຮ່ວມກັນລາດຕະເວນທາງນໍ້າ ຢູ່ທີ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 2.

ພິທີເຊັນບົດບັນທຶກ ໄດ້ຖືກຈັດຂື້ນເມື່ອບໍ່ດົນມານີ້ ໃນລະຫວ່າງກອງປະຊຸມຄະນະໜ່ວຍປະສານງານ ປະຈໍາພື້ນທີ່ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ ຄັ້ງທີ 3 ລະຫວ່າງ ກອງບັນຊາການທະຫານແຂວງ ສະຫວັນນະເຂດ, ສປປ ລາວ ກັບ ຄະນະຊຸດປະສານງານປະຈໍາພື້ນທີ່ຊາຍແດນ, ແຂວງ ມຸກດາຫານ, ປະເທດໄທ.

ທັງສອງຝ່າຍໄດ້ປຶກສາຫາລືກັນຫຼາຍບັນຫາ ກ່ຽວກັບການປະສານງານ, ການພົວພັນຮ່ວມມືວຽກງານການແກ້ໄຂບັນຫາຢາເສບຕິດຕາມບໍລິເວນຊາຍແດນ, ການລັກລອບຄ້າຂາຍສິ່ງຜິດກົດໝາຍ, ການຄ້າຂາຍເຖື່ອນ ແລະ ການລັກລອບ ເຂົ້າ-ອອກ ເມືອງຜິດກົດໝາຍ. 

ທັງສອງຝ່າຍຍັງໄດ້ເອກະພາບກັນໃນການຍົກລະດັບການພົວພັນຮ່ວມມື, ການແລກປ່ຽນຂໍ້ມູນຂ່າວສານຕ່າງໆ ຮ່ວມກັນ ແລະ ການຮ່ວມມືປະສານງານໃນການແລກປ່ຽນ, ຕິດຕາມ, ຈັບກຸມຜູ້ກະທໍາຄວາມຜິດມາດໍາເນີນຄະດີຢູ່ປະເທດຕົ້ນທາງ.

ກ່ອນໜ້າການເຊັນສັນຍາລະຫວ່າງ ແຂວງສະຫວັນນະເຂດ ແລະ ແຂວງມຸກດາຫານ, ໜ່ວຍປະສານງານ ປະຈຳພື້ນທີ່ຊາຍແດນ ແຂວງຄຳມ່ວນ, ສປປ ລາວ ແລະ ຊຸດປະສານງານປະຈຳພື້ນທີ່ຊາຍແດນ, ແຂວງນະຄອນພະນົມ, ປະເທດໄທ ໄດ້ຮ່ວມກັນຝຶກຊ້ອມລາດຕະເວນທາງນ້ຳ ທີ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3.

ການຝຶກຊ້ອມລາດຕະເວນທາງນ້ຳ ແມ່ນເພື່ອຄວາມເປັນເອກະພາບໃນການປະສານງານຂອງທັງສອງຝ່າຍ ໃນການຕ້ານ ແລະ ສະກັດກັ້ນບັນຫາຢາເສບຕິດ, ການຄ້າຂາຍເຖື່ອນ, ການເຂົ້າ-ອອກເມືອງທີ່ຜິດກົດໝາຍ ລວມເຖິງການກໍ່ອາຊະຍາກຳ ແລະ ບັນຫາປະກົດການຫຍໍ້ທໍ້ຕ່າງໆ ຕາມບໍລິເວນຊາຍແດນ ຂອງທັງສອງປະເທດ.

ຈຸດປະສົງກໍເພື່ອເຮັດໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ແລະ ເພື່ອໃຫ້ປະຊາຊົນທັງສອງແຂວງ ທຳມາຫາກິນ ແລະ ໄປ-ມາຫາສູ່ກັນຖືກຕ້ອງຕາມລະບຽບກົດໝາຍຊາຍແດນ.

Related Articles

Leave a Reply