Vientiane Times Lao
ລົງນາມຮ່ວມມືດ້ານຄວາມໝັ້ນຄົງປອດໄພທາງໄຊເບີ ແລະ ການຄຸ້ມຄອງຂໍ້ມູນສ່ວນບຸກຄົນ

ລົງນາມຮ່ວມມືດ້ານຄວາມໝັ້ນຄົງປອດໄພທາງໄຊເບີ ແລະ ການຄຸ້ມຄອງຂໍ້ມູນສ່ວນບຸກຄົນ

ພິທີເຊັນສັນຍາການຮ່ວມມືດ້ານຄວາມໝັ້ນຄົງປອດໄພທາງໄຊເບີ ແລະ ການຄຸ້ມຄອງຂໍ້ມູນສ່ວນບຸກຄົນ ລະຫວ່າງ ບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນ ແລະ ບໍລິສັດ ອັນຟາເຊັກ ຈຳກັດ ຈັດຂຶ້ນໃນວັນທີ 9 ກັນຍາ 2025 ທີ່ນະຄອນຫຼວງວຽງຈັນ.

ໂດຍການລົງນາມລະຫວ່າງ ທ່ານ ອາລຸນນະເດດ ບານຈິດ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແລະ ທ່ານ ນິຊາພັດ ບຸນນັດດາ ປະທານເຈົ້າໜ້າທີ່ຝ່າຍເຕັກໂນໂລຊີ ບໍລິສັດ ອັນຟາເຊັກ ຈຳກັດ ປະເທດໄທ, ມີທ່ານ ສຸພົນ ຈັນທະວິໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແລະ ທ່ານ ຊະນະພັນ ພິຣິຍະພັນ ກໍາມະການບໍລິສັດ ອັນຟາເຊັກ ຈຳກັດ ພ້ອມດ້ວຍຄະນະຜູ້ບໍລິຫານ ແລະ ພະນັກງານຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ການເຊັນສັນຍາຮ່ວມມືໃນຄັ້ງນີ້ ແມ່ນສືບເນື່ອງມາຈາກໄພຄຸກຄາມທາງໄຊເບີ ທີ່ມີທ່າແຮງເພີ່ມຂຶ້ນໃນປັດຈຸບັນ ເຊິ່ງສ້າງຜົນກະທົບ ແລະ ຄວາມເສຍຫາຍຕໍ່ກັບຊັບສິນ, ຂໍ້ມູນສ່ວນບຸກຄົນ, ຄວາມເຊື່ອໝັ້ນ ແລະ ການດຳເນີນງານຂອງທຸກຫົວໜ່ວຍທຸລະກິດຢ່າງຫຼວງຫຼາຍ. ດັ່ງນັ້ນ, ບໍລິສັດ ລາວໂທລະຄົມ ມີຈຸດປະສົງທີ່ຈະເປັນຜູ້ນໍາດ້ານການຄຸ້ມຄອງຄວາມປອດໄພທາງໄຊເບີ (Cyber security) ໃນປະເທດລາວ ແນໃສ່ການນໍາສະເໜີບໍລິການ ແລະ ຜະລິດຕະພັນດ້ານໄຊເບີແບບຄົບວົງຈອນ ເຊັ່ນ: ບໍລິການປະເມີນຊ່ອງໂຫວ່ຂອງລະບົບ (Vulnerability Assessment), ບໍລິການທົດສອບເຈາະລະບົບ(Penetration Testing), ບໍລິການສູນປະຕິບັດການ ແລະ ເຝົ້າລະວັງດ້ານຄວາມປອດໄພທາງໄຊເບີ (Cyber Security Operations Center: CSOC), ບໍລິການໃຫ້ຄຳປຶກສາ ແລະ ວາງລະບົບການຄຸ້ມຄອງຂໍ້ມູນ (Data Governance) ທີ່ເໝາະສົມ, ປອດໄພ, ເຊື່ອຖືໄດ້ ແລະ ບໍລິການອື່ນໆ ໃຫ້ແກ່ລູກຄ້າທັງພາກລັດ ແລະ ພາກເອກະຊົນ ເພາະຄວາມປອດໄພທາງໄຊເບີ ແລະ ການຄຸ້ມຄອງຂໍ້ມູນສ່ວນບຸກຄົນ ແມ່ນພື້ນຖານສໍາຄັນ ທີ່ຈະຊ່ວຍສ້າງຄວາມໝັ້ນໃຈໃນການດຳເນີນທຸລະກິດ ແລະ ການລົງທຶນ, ພ້ອມທັງສົ່ງເສີມໃຫ້ທຸລະກິດຂອງລູກຄ້າຂະຫຍາຍຕົວໄດ້ຢ່າງໝັ້ນຄົງໃນໂລກດີຈິຕອນ.

ນອກຈາກການຄຸ້ມຄອງຄວາມປອດໄພທາງໄຊເບີ, ບໍລິສັດ ລາວໂທລະຄົມ ຍັງໃຫ້ຄວາມສຳຄັນໃນການພັດທະນາຄວາມຮູ້ ແລະ ທັກສະຂອງບຸກຄະລາກອນດ້ານ Cyber security ໃນປະເທດ ເພື່ອສ້າງຊັບພະຍາກອນມະນຸດທີ່ເຂັ້ມແຂງ ແລະ ຮອງຮັບການປ່ຽນແປງຢ່າງວ່ອງໄວຂອງໂລກດີຈິຕອນ. ລາວໂທລະຄົມມີຄວາມຕັ້ງໃຈທີ່ຈະຍົກລະດັບມາດຕະຖານ Cyber security ໃນລາວ ໃຫ້ສອດຄ່ອງກັບສາກົນ ເພື່ອເປັນສ່ວນຮ່ວມໃນການຫັນປະເທດ ເຂົ້າສູ່ສັງຄົມດີຈິຕອນຢ່າງປອດໄພ ແລະ ຍືນຍົງ.

ພາຍໃຕ້ການຮ່ວມມືດັ່ງກ່າວ ທັງສອງຝ່າຍ ຈະຮ່ວມກັນດຳເນີນທຸລະກິດໃນການຂະຫຍາຍການໃຫ້ບໍລິການສິນຄ້າ ແລະ ຜະລິດຕະພັນໃນດ້ານຄວາມໝັ້ນຄົງປອດໄພທາງໄຊເບີ ແລະ ການຄຸ້ມຄອງຂໍ້ມູນສ່ວນບຸກຄົນໃຫ້ກວ້າງຂວາງ ແລະ ແຜ່ຫຼາຍຕໍ່ໄປ ທັງພາຍໃນ ແລະ ຕ່າງປະເທດ.

ຂ່າວຈາກ: ລາວໂທລະຄົມ

Related Articles

Leave a Reply