ລົດໄຟລາວ-ຈີນ ຂົນສົ່ງ ຜູ້ໂດຍສານ ໄດ້ຫຼາຍກວ່າ 70 ລ້ານເທື່ອຄົນ

ລົດໄຟລາວ-ຈີນ ຂົນສົ່ງ ຜູ້ໂດຍສານ ໄດ້ຫຼາຍກວ່າ 70 ລ້ານເທື່ອຄົນ

ກຸ່ມບໍລິສັດ ທາງລົດໄຟຈີນ ສາຂາ ຄຸນໝິງ ແຈ້ງໃຫ້ຮູ້ ໃນວັນທີ 31 ມີນາ 2026 ນີ້ ວ່າ: ນັບແຕ່ ເສັ້ນທາງ ລົດໄຟ ລາວ-ຈີນ ເປີດນໍາໃຊ້ເປັນຕົ້ນມາ, ສາມາດ ຂົນສົ່ງ ຜູ້ໂດຍສານ ໄດ້ຫຼາຍກວ່າ 70 ລ້ານເທື່ອຄົນ. ໃນນັ້ນ, ຂະບວນ ລົດໄຟ ໂດຍສານທາງຢູ່ລາວ ໄດ້ເພີ່ມຂຶ້ນ ຈາກ 4 ຂະບວນຕໍ່ວັນ ໃນໄລຍະເບື້ອງຕົ້ນຫຼາຍສຸດ 18 ຂະບວນຕໍ່ວັນ, ຂະນະທີ່ ຂະບວນລົດໄຟໂດຍສານ ຄວາມໄວທໍາມະດາ ໄດ້ເພີ່ມຂຶ້ນຫຼາຍກວ່າ 10 ຂະບວນ ໂດຍໄດ້ຂົນສົ່ງຜູ້ໂດຍສານ ທັງໝົດປະມານ 13 ລ້ານເທື່ອຄົນ.

ນອກຈາກນີ້, ຂະບວນລົດໄຟ ໂດຍສານ ສາກົນ ຂອງ ທາງລົດໄຟລາວ-ຈີນ ໄດ້ບໍລິການຫຼາຍກວ່າ 3.100 ຂະບວນ, ຈໍານວນຄົນເຂົ້າ-ອອກເມືອງ ຈາກ 300 ເທື່ອຄົນຕໍ່ວັນ ໃນເບື້ອງຕົ້ນເພີ່ມຂຶ້ນ ຫຼາຍສຸດ 1.600 ເທື່ອຄົນຕໍ່ວັນ, ມີຜູ້ໂດຍສານທັງໝົດ 780.000 ເທື່ອຄົນ ຈາກ ຫຼາຍກວ່າ 120 ປະເທດ ແລະ ເຂດແຄວ້ນທົ່ວໂລກ ໄດ້ທ່ອງທ່ຽວ ໂດຍຜ່ານ ຂະບວນລົດໄຟ ໂດຍສານສາກົນ ຂ້າມຊາດ, ໄດ້ເສີມຂະຫຍາຍ ບົດບາດສໍາຄັນ ເຂົ້າໃນການ ຊຸກຍູ້ການພັດທະນາ ເສດຖະກິດ ແລະ ການແລກປ່ຽນ ດ້ານວັດທະນະທໍາໃນພາກພື້ນ.

ທີ່ມາຂ່າວ: ວິທະຍຸໂທລະພາບ ສູນກາງຈີນ (CMG)

Related Articles

Leave a Reply